ຍີ່ປຸ່ນ ແລະ ລາວ ຍົກລະດັບການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ
ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ
ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ
(ພາບ: TTXVN)
(vovworld) – ວັນທີ 06/03, ທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແລະ ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ທີ່ພວມຢ້ຽມຢາມໂຕກຽວ, ໄດ້ເຫັນດີຍົກການພົວພັນ 2 ຝ່າຍຂຶ້ນເປັນຄູ່ຮ່ວມມືຍຸດທະສາດ. ຕາມຖະແຫຼງການຮ່ວມພາຍຫຼັງການພົບປະຂັ້ນສຸດຍອດ, ການນຳ 2 ທ່ານ ໄດ້ເຫັນດີຈັດຕັ້ງການເຈລະຈາດ້ານປ້ອງກັນຄວາມສະຫງົບ 2 ຝ່າຍ ຄັ້ງທີ 2, ກໍ່ຄືຊຸກຍູ້ດ້ານການຄ້າ ແລະ ການລົງທຶນລະຫວ່າງ 2 ປະເທດ. ນອກຈາກນັ້ນ, ໂຕກຽວ ແລະ ນະຄອນຫຼວງວຽງຈັນ ໃຫ້ຄຳໝັ້ນສັນຍາຮ່ວມມືຕ້ານລັດທິກໍ່ການຮ້າຍ, ຊຸກຍູ້ການປອດນິວເຄຼຍໃນແຫຼມເກົາຫຼີ ແລະ ປັບປຸງສະພາປ້ອງກັນຄວາມສະຫງົບສະຫະປະຊາຊາດ. ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມ ພາຍຫຼັງການເຈລະຈາ, ທ່ານນາຍົກລັດຖະມົນຕີ Shinzo Abe ຢືນຢັນວ່າ ຍີ່ປຸ່ນ ຈະສືບຕໍ່ໜູນຊ່ວຍລາວ ແລະ ບັນດາປະເທດອື່ນໃນອາຊຽນ ໃຫ້ພັດທະນາກວ່າອີກ ພາຍຫຼັງທີ່ປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງໃນທ້າຍປີ 2015. ທ່ານນາຍົກລັດຖະມົນຕີ Shinzo Abe ສະເໜີສືບຕໍ່ໜູນຊ່ວຍລາວ ພັດທະນາພື້ນຖານໂຄງລ່າງ, ໃນນັ້ນມີການກໍ່ສ້າງບັນດາເຂື່ອນໄຟຟ້ານ້ຳຕົກ, ສະໜາມບິນ…