ຍີ່ປຸນ ແລະ ອີນເດຍ ຊ້ອມຮົບຮ່ວມ ບົນທະເລຄັ້ງທຳອິດ

ຍີ່ປຸນ ແລະ ອີນເດຍ ຊ້ອມຮົບຮ່ວມ ບົນທະເລຄັ້ງທຳອິດ - ảnh 1
ການ​ຊ້ອມ​ຮົບ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ອ່າວ Sagami
( ພາບຈາກອີນເຕີແນດ )


( vovworld ) -   ກຳ​ລັງ​ປ້ອງ​ກັນ​ທະ​ເລ​ຍີ່​ປຸ່ນ ( MSDF ) ​ແລະ ທະຫານ​​ເຮືອ​ອີນ​ເດຍ ຫາ​ກໍ່​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ອ່າວ Sagami, ຂຶ້ນ​ກັບ​ພາກ​ພື້ນ Kanagawa ຂອງ​ຍີ່​ປຸ່ນ​ ​ເມື່ອ​ວັນ​ທີ 9/6. ​ເຂົ້າ​ຮ່ວມ​​ການ​ຊ້ອ​ມຮົບມີ​ກຳ​ປັ່ນ​ຮົບ​ 2 ລຳ​ຂອງ​ຍີ່ປຸ່ນ ​ແລະ 4 ລຳ​ຂອງ​ອີນ​ເດຍ ແລະ​ບາງ​ເຮືອບິ​່ນຂອງ MSDF ກໍ່​ເຂົ້າ​ຮ່ວມ​​​ການ​​ຝຶກຊ້ອມ​ກ່ຽວ​ກັບ​ການ​ຊອກ​ຫາ​ກູ້​ໄພ​ກູ່​ຊີບ​ທາງ​ທະ​ເລ. ກອນ​ໜ້າ​ນີ້,​ ຍີ່ປຸ່ນ ​ແລະ ອີນ​ເດຍ ​ໄດ້​ຈັດ​ຕັ້ງ​ການ​​ຝຶກຊ້ອມ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ມິດຕະພາບ, ​ແຕ່​ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ສອງ​ຝ່າຍ​ດຳ​ເນີນ​ການ​ຊ້ອມ​ຮົບ​ດ້ວຍ​ຈຸດໝາຍ​ເພີ່ມ​ທະວີ​ບັນດາ​ຄວາມ​ສາມາດ​ຍຸດ​ທະ​ສາດ. ຜູ້ຕາງໜ້າ MSDF, ທ່ານ Hiroyuky Kasui ​ໄດ້​ຖື​ວ່າ ອີນ​ເດຍມີ​ທີ່​ຕັ້ງ​ສຳຄັນ​ບົນ​ເສັ້ນທາງ​ຢູ່ມະຫາ​ສະໝຸດ​ອີນ​ເດຍທີ່ເຊື່ອມ​ຕໍ່​ລະຫວ່າງຕາ​ເວັນ​ອອກ​ກາງ ກັບ​ອາ​ບຟລິ​ກາ, ​ເພາະສະ​ນັ້ນ ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ກອງທັບ​ເຮືອ​ອີນ​ເດຍ ຜ່ານ​ບັນດາ​ການ​ຊ້ອມ​ຮົບ​ຮ່ວມ​ແມ່ນ​ສຳຄັນ​ຍິ່ງ.

ຂ່າວ/ບົດ​ອື່ນ