ຍີ່ປຸ່ນ ແລະ ອາເມລິກາ ປັບປຸງການຮ່ວມມືດ້ານຄວາມໝັ້ນຄົງ ແລະ ກຳລັງຄວາມສາມາດດ້ານປ້ອງກັນຊາດ

(VOVWORLD) -ໃນສະພາບແວດລ້ອມແຫ່ງຄວາມໝັ້ນຄົງຢູ່ພາກພື້ນທີ່ພວມນັບມື້ນັບສັບສົນນັ້ນ, ຍີ່ປຸ່ນ ແລະ ອາເມລິກາ ຄວນເພີ່ມທະວີການຮັບມືຂອງສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ຢ່າງໄວ
ຍີ່ປຸ່ນ ແລະ ອາເມລິກາ ປັບປຸງການຮ່ວມມືດ້ານຄວາມໝັ້ນຄົງ ແລະ ກຳລັງຄວາມສາມາດດ້ານປ້ອງກັນຊາດ - ảnh 1ການນຳ 2 ທ່ານທີ່ການເຈລະຈາ
(ພາບ: AFP/TTXVN)

ວັນທີ 23 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ເຫັນດີປັບປຸງເພີ່ມທະວີກຳລັງແຮງຂອງສຳພັນທະມິດລະຫວ່າງ 2 ປະເທດ. ກ່າວຄຳເຫັນທີ່ການຖະແຫຼງຂ່າວຮ່ວມພາຍຫຼັງການເຈລະຈາຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ Kishida Fumio ຊີ້ແຈ້ງວ່າ: ໃນສະພາບແວດລ້ອມແຫ່ງຄວາມໝັ້ນຄົງຢູ່ພາກພື້ນທີ່ພວມນັບມື້ນັບສັບສົນນັ້ນ, ຍີ່ປຸ່ນ ແລະ ອາເມລິກາ ຄວນເພີ່ມທະວີການຮັບມືຂອງສຳພັນທະມິດ ຍີ່ປຸ່ນ - ອາເມລິກາ ຢ່າງໄວ ແລະ ຢືນຢັນຄວາມຕັດສິນໃຈ “ເພີ່ມທະວີກຳລັງຄວາມສາມາດປ້ອງກັນຊາດຂອງ ຍີ່ປຸ່ນ”. ນອກນັ້ນ, ການນຳ ຍີ່ປຸ່ນ ກໍ່ໃຫ້ຮູ້ວ່າ, 2 ຝ່າຍ “ຢືນຢັນຄືນໃໝ່ການຕ້ອງຫ້າມທຸກຄວາມມານະພະຍາຍາມເພື່ອແນໃສ່ປ່ຽນແປງສະພາບເດີມດ້ວຍອາວຸດ, ບໍ່ວ່າຢູ່ແຫ່ງໃດຢ່າງເດັດຂາດ”. ການນຳ 2 ທ່ານກໍ່ຄັດຄ້ານບັນດາຄວາມມານະພະຍາຍາມຄືດັ່ງກ່າວຢູ່ທະເລຕາເວັນອອກ ແລະ ທະເລ ຮວາຕຸງ.

        ການນຳ 2 ທ່ານກໍ່ແບ່ງປັນຄວາມວິຕົກກັງວົນກ່ຽວກັບໂຄງການນິວເຄຼຍ ແລະ ລູກສອນໄຟຂອງ ສປປ.ເກົາຫຼີ. ສ່ວນບັນຫາກ່ຽວຂ້ອງເຖິງຂອບເຂດເສດຖະກິດມະຫາສະໝຸດ ອິນເດຍ - ປາຊີຟິກ (IPEF) - ຂໍ້ລິເລີ່ມເຊື່ອມຕໍ່ເສດຖະກິດໃໝ່ຂອງ ອາເມລິກາ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio ໃຫ້ຮູ້ວ່າ, ຍີ່ປຸ່ນ ຈະເຂົ້າຮ່ວມຂອບເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ