(ພາບປະກອບ) |
(vovworld)- ພາຍຫຼັງທີ່ ສ.ປ.ປ. ເກົາຫຼີດຳເນີນການຍິງລູກສອນໄຟໄລຍະສັ້ນ ອອກສູ່ເຂດທະເລ ທາງທິດຕາເວັນອອກຂອງປະເທດຍີປຸ່ນເມື່ອວັນທີ 26/7, ລັດຖະບານຍີປຸ່ນໄດ້ກ່າວຄັດຄ້ານໃນທັນທີ່ ແລະ ຖືວ່າ ການກະທຳນີ້ຂອງ ພຽງຢາງແມ່ນລະເມີດມະຕິຂອງສະພາຄວາມໝັ້ນຄົງ ສະຫະປະຊາຊາດຢ່າງໜັກ.
ກ່າວຄຳເຫັນໃນການເດີນທາງຢ້ຽມຢາມເມັກຊິກໂກ, ທ່ານນາຍົກລັດຖະມົນຕີ ຍີປຸ່ນ Shinzo Abe ຖືວ່າ ໂຕກຽວຄັດຄ້ານຜ່ານທາງການທູດຢູ່ປັກກິງ, ພ້ອມທັງສົມທົບກັບອາເມລິກາ ແລະ ສ.ເກົາຫຼີເພື່ອເກັບກຳ ແລະ ວິເຄາະຂໍ້ມູນຂ່າວສືບລາຊະການລັບ ແນໃສ່ຮັບປະກັນຄວາມປອດໄພດ້ານການບິນ ແລະ ການເດີນເຮືອຢູ່ພາກພື້ນ.