ຍີ່ປຸ່ນສະເຫລີມສະຫລອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2

ຍີ່ປຸ່ນສະເຫລີມສະຫລອງ70ປີແຫ່ງວັນສິ້ນສຸດສົງຄາມໂລກຄັ້ງທີ2 - ảnh 1
ພະ​ເຈົ້າ​ຈັດ​ກະ​ພັດ​ຍີ່​ປຸ່​ນ ແລະພະ​ລາ​ຊາ​ນີ ວາງ​ພວງ​ມາ​ລາທີ່​ພິ​ທີ​ສະ​ເຫລີ​ມ​ສະ​ຫລອງວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2
ພາບ:TTXVN

(vovworld)- ພິ​ທີ​ສະ​ເຫລີມ​ສະ​ຫລອງ 70 ປີ​ແຫ່ງວັນ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ໄດ້​ດຳ​ເນີນ​ໃນ​ວັນ​ທີ 15/8 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ພະເຈົ້າ​​ຈັກ​ກະ​ພັດ​ຍີ່​ປຸ່ນ Akihito, ພະ​ລາ​ຊາ​ນີ Michiko, ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ແລະ ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ຫລາຍ​ທ່ານ ພ້ອມ​ກັບ​ຍາດ​ຕິ​ພີ່​ນ້ອງ​ຂອງ​ບັນ​ດາ​ຜູ້​ຖືກ​ເສຍ​ຊີ​ວິດ​ໃນ​ສົງ​ຄາມ​ ເກືອບ 5000 ຄົນ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ໄດ້​ເນັ້ນ​ຫນັກ​ວ່າ: ຍີ່​ປຸ່ນ ໃຫ້​ຄຳ​ໝັ້ນ​ສັນ​ຍາບໍ່​​ປະໃຫ້​ເກີດໂສກນາດ​ຕະ​ກຳ​ສົງ​ຄາມ​ອີກ​ຄັ້ງ​ຫນຶ່ງ, ກໍ່​ສ້າງ​ອະ​ນາ​ຄົດ​ຂອງ​ປະ​ເທດ​ຍີ່​ປຸ່ນ ເພື່ອ​ຄົນ​ລຸ້ນ​ປະ​ຈຸ​ບັນ​ກໍ​ຄື​ຄົນ​ລຸ້ນ​ຫລັງ. ໃນ​ບົດ​ກ່າວ​ປາ​ໄສ​ທີ່​ພິ​ທີ, ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ Akihito ຊີ້​ແຈ້ງວ່າ: ຫວນ​ຄືນ​ອະ​ດີດ​ຕະ​ການ ແລະ ສະ​ແດງ​ການ​ກິນ​ແຫນງ​ຢ່າງ​ເລິກ​ເຊິ່ງ​ຕໍ່​ສົງ​ຄາມ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ ການ​ທຳ​ລາຍ​ຂອງ​ສົງ​ຄາມ​ຈະ​ບໍ່​ເກີດ​ຂຶ້ນ​ຄືນ​ໃຫມ່​ຢ່າງ​ເດັດ​ຂາດ. ສື່ມວນ​ຊົນ​ຍີ່​ປຸ່ນ ໃຫ້​ຂໍ້​ສັງ​ເກດ​ວ່າ ນີ້​ເປັນ​ຄັ້ງ​ທຳ​ອິດ ພະ​ເຈົ້າ​ຈັກ​ກະ​ພັດ​ຍີ່​ປຸ່ນ ສະ​ແດງ​ການ​ກິນ​ແຫນງ​ຢ່າງ​ເລິກ​ເຊິ່ງ​ໃນ​ບົດ​ປາ​ໄສ​ທີ່​ພິ​ທີ​ສະ​ເຫລີມ​ສະ​ຫລອງ​ຈັດ​ຂຶ້ນ​ປະ​ຈຳ​ປີ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ສົງ​ຄາມ​ໂລກ​ຄັ້ງ​ທີ 2.
ຂ່າວ/ບົດ​ອື່ນ