ຍີ່ປຸ່ນແລະອາເມລິກາຊອກຫາບັນດາມາດຕະການແຮງທີ່ສຸດເພື່ອຮັບມືຕໍ່ສປປ.ເກົາຫຼີ

ຍີ່ປຸ່ນແລະອາເມລິກາຊອກຫາບັນດາມາດຕະການແຮງທີ່ສຸດເພື່ອຮັບມືຕໍ່ສປປ.ເກົາຫຼີ - ảnh 1
ເຂດທົດລອງນິວຄະເລຍຂອງ ສປປ.ເກົາຫຼີ
(ພາບ: TTXVN)

(vovworld) - ວັນ​ທີ 11/09, ທູດ​ພິ​ເສດ​ແຖວ​ໜ້າ​ຂອງ ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ກ່ຽວ​ກັບ ສປປ.​ເກົາຫຼີ ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ຊອກ​ຫາ “ບັນດາ​ມາດ​ຕະການ​ແຮງ​ທີ່​ສຸດ​​ທີ່​ສາມາດເປັນ​ໄປ​ໄດ້” ​​ເພື່ອເລັ່ງ​ໃສ່ ສປປ.​ເກົາຫຼີ, ພາຍຫລັງ​ ພຽງ​ຢາງ ຖະ​ແຫຼ​ງດຳ​ເນີນ​ເຫດ​ທົດ​ລອງ​ນິວຄະ​ເລຍຄັ້ງ​ທີ 5 ​ໂດຍ​ບໍ່​ຫົວ​ຊາການ​ຄັດຄ້ານ​ຂອງ​ປະຊາ​ຄົມ​ສາກົນເປັນ​ເວລາ 2 ວັນ.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫລັງ​ການ​ພົບ​ປະ​ກັບ​ທ່ານ Kenji Kanasugi ຫົວໜ້າ​ກົມ​ອາຊີ - ມະຫາ​ສະໝຸດຂຶ້ນ​ກັບ​ກະຊວງ​ການ​ຕ່າງປະ​ເທດ ຍີ່ປຸ່ນ ຢູ່​ນະຄອນ​ຫລວງ ​ໂຕ​ກຽວ, ທູດ​ພິ​​ເສດ ອາ​ເມ​ລິ​ກາ ກ່ຽວ​ກັບ​ນະ​ໂຍບາຍ ສປປ.​ເກົາຫຼີ Sung Kim ​ໃຫ້​ຮູ້​ວ່າ: 2 ຝ່າຍ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ເຊິ່ງກັນ ​ແລະ ກັນ​ຢູ່​ສະພາ​ຄວາມ​ໝັ້ນຄົງສະຫະ​ປະຊາ​ຊາດ ​ເພື່ອ​ຍົກ​ອອກ​ບັນດາ​ມາດ​ຕະການ​ແຮງ​ທີ່​ສຸດ​ທີ່​ສາມາດເປັນ​ໄປ​ໄດ້ ​ເພື່ອ​ເລັ່ງ​ໃສ່​ບັນດາ​ການ​ກະທຳ​ຂອງ ສປປ.​ເກົາຫຼີ. ທ່ານ Kim ຍັງ​ບໍ່​ທັນ​ແຈ້ງ​ລະອຽດ​ບັນດາ​ມາດ​ຕະການ​ນີ້ ​ແມ່ນ​ຫຍັງ ​ແຕ່​ຮັບປະກັນ​ວ່າ ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ ຈະ​ພິຈາລະນາ​ບັນດາ​ມາດ​ຕະການ​ຝ່າຍ​ດຽວ, 2 ຝ່າຍ ກໍ່​ຄື​ຮ່ວມ​ມື 3 ຝ່າຍກັບ ສ.​ເກົາຫຼີ ​ເພື່ອ​ຮັບ​ມື​ກັບ “ການ​ກະທຳ​ຂອງ ສປປ.​ເກົາຫຼີ”.


ຂ່າວ/ບົດ​ອື່ນ