ຍອດຈຳນວນເງິນລົງທຶນໂດຍກົງຈາກຕ່າງປະເທດແຕ່ຕົ້ນປີມາຮອດປະຈຸບັນບັນລຸກ່ວາ 33 ຕື້ USD

(VOVWORLD) - ໃນຈຳນວນ 79 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ, ຍີ່ປຸ່ນ ແມ່ນນັກລົງທຶນໃຫຍ່ທີ່ສຸດ; ທີສອງແມ່ນ ສ. ເກົາຫຼີ; ສິງກະໂປ ຢືນອັນດັບທີສາມ ແລະ ຈີນ ແມ່ນທີ 4.
 

ຍອດເງິນລົງທຶນໂດຍກົງຂອງຕ່າງປະເທດເຂົ້າ ຫວຽດນາມ ໃນ 11 ເດືອນຜ່ານມາ, ນັບທັງທຶນຈົດທະບຽນ ແລະ ປະກອບທຶນບັນລຸກ່ວາ 33 ຕື້ USD, ເພີ່ມຂຶ້ນ 53% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016.

        ຕາມໂຄງປະກອບຂະແໜງ, ຂົງເຂດການຜະລິດ ແລະ ກະຈາຍໄຟຟ້າ, ອາຍແກັດ, ນ້ຳຮ້ອນ, ອາຍນ້ຳ ແລະ ເຄື່ອງປັບອາກາດໄດ້ດຶງດູດການລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດ, ຍອດຈຳນວນທຶນບັນລຸ 8,4 ຕື້ USD.

        ໃນຈຳນວນ 79 ປະເທດ ແລະ ເຂດແຄ້ວນມີໂຄງການລົງທຶນໄດ້ຮັບໜັງສືອະນຸຍາດໃໝ່ຢູ່ ຫວຽດນາມ, ຍີ່ປຸ່ນ ແມ່ນນັກລົງທຶນໃຫຍ່ທີ່ສຸດ; ທີສອງແມ່ນ ສ. ເກົາຫຼີ; ສິງກະໂປ ຢືນອັນດັບທີສາມ ແລະ ຈີນ ແມ່ນທີ 4.

ຕອບກັບ

ຂ່າວ/ບົດ​ອື່ນ