ຍາດ​ໄດ້​ໄຊ​ຊະ​ນະ​ຕໍ່​ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ ເຂົ້າ​ຮອບ​ຊີ​ງ​ຊະ​ນະ​ເລີດ AFF Cup 2022

(VOVWORLD) - ໃນນາທີທີ 3, ທິມຊາດບານເຕະຫວຽນາມເຕະເຂົ້າ 1 ປະຕູ. ຫຼັງຈາກນັ້ນ, ຕົ້ນຕັງທີ 2 ທິມຊາດບານເຕະ ຫວຽດນາມ ເຕະເຂົ້າປະຕູທີ 2 ໃນນາທີທີ 47. ດ້ວຍໝາກຜົນ 2 - 0, ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ AFF Cup 2022.
ຍາດ​ໄດ້​ໄຊ​ຊະ​ນະ​ຕໍ່​ອິນ​ໂດ​ເນ​ເຊຍ, ຫວຽດ​ນາມ ເຂົ້າ​ຮອບ​ຊີ​ງ​ຊະ​ນະ​ເລີດ AFF Cup 2022 - ảnh 1ນັກເຕະຕຽນລິງ

ຕອນຄ່ຳວັນທີ 9 ມັງກອນ, ຢູ່ສະໜາມກິລາ ແຫ່ງຊາດ ມີດິງ, ຮ່າໂນ້ຍ, ໄດ້ດຳເນີນນັດແຂ່ງຂັນບານເຕະຮອບຮອງຊະນະເລີດຂາກັບໃນການແຂ່ງຂັນບານເຕະ ອາຊີຕາເວັນອອກສ່ຽງໃຕ້ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ເຂົ້າຊົມນັດແຂ່ງຂັນມີທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ.

        ໃນນາທີທີ 3, ທິມຊາດບານເຕະຫວຽນາມເຕະເຂົ້າ 1 ປະຕູ. ຫຼັງຈາກນັ້ນ, ຕົ້ນຕັງທີ 2 ທິມຊາດບານເຕະ ຫວຽດນາມ ເຕະເຂົ້າປະຕູທີ 2 ໃນນາທີທີ 47. ດ້ວຍໝາກຜົນ 2 - 0, ຫວຽດນາມ ໄດ້ເຂົ້າຮອບຊີງຊະນະເລີດ AFF Cup 2022.

        ຄູ່ແຂ່ງຂອງທິມຊາດບານເຕະ ຫວຽດນາມ ຈະໄດ້ກຳນົດໃນນັດແຂ່ງຂັນຮອບຮອງຊະນະເລີດທີ 2 ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 10 ມັງກອນ, ຢູ່ສະໜາມກິລາ ທຳມະສາດ, ນະຄອນ ຣັງສິດ, ແຂວງ ປະທຸມ ທານີ, ລະຫວ່າງທິມບານເຕະແຫ່ງຊາດ ໄທ ແລະ ທິມບານເຕະແຫ່ງຊາດ ມາເລເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ