ຍາມໃດພັກ, ລັດຫວຽດນາມ ກໍສ້າງເງື່ອນໄຂ ເບິ່ງແຍງດູແລຊີວິດ ດ້ານຈິດໃຈ ແລະ ການເຫຼື້ອມໃສສາສະໜາຂອງປະຊາຊົນ

ຍາມໃດພັກ, ລັດຫວຽດນາມ ກໍສ້າງເງື່ອນໄຂ ເບິ່ງແຍງດູແລຊີວິດ ດ້ານຈິດໃຈ ແລະ ການເຫຼື້ອມໃສສາສະໜາຂອງປະຊາຊົນ - ảnh 1
ພາບປະກອບ

(vovworld) - ​ຕອນ​ເຊົ້າ​ວັນ​ທີ 24/5, ຢູ່ວັດ​ກ໋ວານ​ຊື່ - ຮ່າ​ໂນ້ຍ, ສູນ​ກາງ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ງານ​ບຸນ​ວິສາຂະບູຊາ ພສ 2557 ຢ່າງ​ສົມ​ກຽດ. ຕາງໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ງານ​ບຸນ ວິສາຂະບູຊາ ບໍ່​ພຽງ​ແຕ່​ແມ່ນ​ເຫດການ​ສະ​ສາ​ໜາ​ສຳຄັນ​ໃນ​ຊີວິດ​ທາງ​ດ້ານ​ວັດ​ຖຸ ​ແລະ ການ​ເຫຼື້ອມ​ໃສ​ຂອງ​ປະຊາຊົນ​ທີ່​ເຊື່ອ​ຖື​​ສາສະໜາພຸດຢູ່ ຫວຽດນາມ ​ເທົ່າ​ນັ້ນຫາກ​ຍັງ​ແມ່ນ​ງານ​ບຸນ​ວັດທະນະທຳ, ສາສະໜາ​ຂອງໂລກອີກ​ດ້ວຍ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ທ້ອງຖິ່ນຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ຄວາມ​ຕ້ອງການ​ດ້ານ​ຈິດ​ໃຈ, ການ​ເຫຼື້ອມ​ໃສ​ຂອງ​ພໍ່​ແມ່​ປະຊາຊົນ​​ເຫຼື້ອມ​ໃສ​ສາສະໜາ ກ່ວາ​ອີກ, ​ໃນ​ນັ້ນ​ມີ​ສາສະໜາພຸດ, ສືບ​ຕໍ​ປະຕິບັດບັນດາ​ນະ​ໂຍບາຍ​ຄວາມ​ເສລີ​​ໃນ​ການ​​ເຊື່ອ​ຖື, ​ເຫຼື້ອມ​ໃສ​ສາສະໜາ​ຂອງ​ພັກ ​ແລະ ລັດ ຫວຽດນາມ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ປະກອບສ່ວນ​ປັບປຸງ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.

    ຢູ່​ວັດ​ຕື່ດ່າມ, ​ແຂວງ ​ເທື່ອ​ທຽນ​ເຫ້ວ, ງານ​ບຸນ​ວິສາຂະບູຊາ ພສ 2557 ​ໄດ້​ດຳ​ເນີນ​​ໃນ​ບັນຍາກາດ​ເຄັ່ງຂຶມ. ພະ​ມະຫາອາຈານ ທິກ​ເຄ໋​ເຈີ​ນ, ຮອງ​ຫົວໜ້າ​ຄະນະ​ບໍລິຫານງານ​ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ ​ແຂວງ ​ເທື່ອ​ທຽນ​ເຫ້ວ, ​ໃຫ້​ຮູ້​ວ່າ:

“ປະສົງ​ສາມະ​ເນນ, ພຸດ​ທະສາສະ​ນິກກະ​ຊົນ​ທັງໝົດ​ລ້ວນ​ແຕ່​ພາວະນາຂໍ​ໃຫ້​ປະ​ເທດ​ຊາດ​ສະຫງ່າ​ງາມ​, ສາສະໜາ​ຍືນ​ຍົງ​ຄົງ​ຕົວ, ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ.”

   ສາສະນິກະຊົນ ຫງວຽນທິ​ແທງ​ອຽນ, ຢູ່​ນະຄອນ ດ່າ​ໜັງ ​ແບ່ງປັນ​ວ່າ:

“ຂ້າພະ​ເຈົ້າ​ໄປ​ວັດ ຟາ​ບ​ເລີມ​ເຂົ້າ​ຮ່ວມ​ພິທີ​ວິສາຂະບູຊາ. ພາວະນາຂໍ​ໃຫ້​ໂລກ​ມີ​ສັນຕິພາບ, ປະຊາຊົນ​ມີ​ຄວາມ​ສະຫງົບ​ສຸກ ​ແລະ ຄອບຄົວ​ມີ​ຄວາມ​ຜາ​ສຸກ”

    ​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ທີ 24/5, ຢູ່ ວັດ​ເຈື່ອງ​ຊາ​ໃຫຍ່, ​ເມືອງ​ເກາະ ​ເຈື່ອງ​ຊາ, ​ແຂວງ ​ແຄ໋ງຮ່ວາ ​ແລະ ວັດ​ແຫ່ງ​ຕ່າງໆ​ຢູ່​ເຂດ ​ໄຕ​ງວຽນ, ​ເຂດ​ທົ່ງພຽ​ງໃມ່ນ້ຳຂອງ ​ແລະ ນະຄອນ ​ໂຮ່ຈີ​ມິນ ກໍໄດ້ຈັດງານ​ບຸນ ວິສາຂະບູຊາ​ຢ່າງສົມ​ກຽດ.

ຍາມໃດພັກ, ລັດຫວຽດນາມ ກໍສ້າງເງື່ອນໄຂ ເບິ່ງແຍງດູແລຊີວິດ ດ້ານຈິດໃຈ ແລະ ການເຫຼື້ອມໃສສາສະໜາຂອງປະຊາຊົນ - ảnh 2
ພາບປະກອບ

ກ່ອນໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 23/5, ຄະນະ​ຜູ້​ແທນ​ກະຊວງພາຍ​ໃນ, ຄະນະ​ສາສະໜາ ລັດຖະບານ ​ໂດຍ​ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມຢູງ, ຫົວໜ້າ​ຄະນະ​ສາສະໜາ​ລັດຖະບານ, ​ເປັນ​ຫົວໜ້າ​ຄະນະ​​ໄດ້​ມາ​ຢ້ຽມຢາມ ​ແລະ ອວຍພອນ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ປະສົງ​ສາມະ​ເນນ, ພຸດ​ທະ​ສາສະ​ນິກກະ​ຊົນ ສະມາຄົມ​ພຸດທະ​ສາສະໜາ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ງານ​ບຸນ ວິສາຂະບູຊາ ພສ 2557. ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມຢູງ ຢັ້ງຢືນ​ວ່າ​: ພຸດທະ​ສາສະໜາ ​​ແມ່ນ​ສາສະໜາ​ໃຫຍ່​ກ່ວາ​ໝູ່, ທີ່​ໄດ້ຕິດ​ພັນ​, ​ແລະ ພັດທະນາພ້ອມ​ກັບປະ​ເທດ​ຊາດ​ມາ​ເປັນ​ເວລາ​ນັບ​ພັນ​ປີ​ແລ້ວ ​ແລະ ປະສົງ​ສາມະ​ເນນ, ພຸດ​ທະ​ສາສະ​ນິກກະ​ຊົນ ລຸ້ນຕ່າງໆ​ໄດ້​ປະກອບສ່ວນ​ກໍ່ສ້າງ​ພຸດທະ​ສາສະໜາ ຫວຽ​​ດນາມ​, ປັບປຸງ, ​ເຮັດ​ໃຫ້​ພື້ນຖານ​ວັດທະນະທຳ​ພຸດທະ​ສາສະໜາ​ອຸດົມສົມ​ບຸນ​ຂຶ້ນ​ຕື່ມ. ທ່ານ​ຮອງ​ລັດຖະມົນຕີ ຟ້າ​ມ​ຢູງ ປາດ​ຖະໜາ​ຢາກ​ໃຫ້​ບັນ​ດາ​ຜູ້​ມີ​ຍົດ​ຖາ​ບັນດາ​ສັກ, ປະສົງ​ສາມະ​ເນນ, ພຸດ​ທະ​ສາສະ​ນິກກະ​ຊົນ ສືບ​ທອດມູນ​ເຊື້ອ​ອັນ​ດີງາມ​ຊອງຊາດ, ສາສະໜາ, ສາມັກຄີ, ​ກັບ​ສາສະໜາ​ອື່ນໆ, ປະກອບສ່ວນ​ເຂົ້​າ​ໃນ​ວິວັດ​ການ​ສ້າງສາ ​ແລະ ​ປົກ​ປັກ​ຮັກ​ສາປະເທດຊາດ.

ຂ່າວ/ບົດ​ອື່ນ