ຍູ້ແຮງການພັດທະນາລະບົບຮ່ວມສຳພັນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ ເຊີນລາ ໃນສະພາບການໃໝ່

(VOVWORLD) -ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາສະພາບຕົວຈິງ ແລະ ບາງບັນຫາທີ່ໄດ້ວາງອອກໃນການຮ່ວມສຳພັນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ ເຊີນລາ ໃນສະພາບການໃໝ່
ຍູ້ແຮງການພັດທະນາລະບົບຮ່ວມສຳພັນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ ເຊີນລາ ໃນສະພາບການໃໝ່ - ảnh 1(ທີ່ກອງປະຊຸມສຳມະນາ)

        ວັນທີ 20 ກັນຍາ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ຄະນະພັກແຂວງ ເຊີນລາ ໄດ້ສົມທົບກັນຈັດກອງປະຊຸມສຳມະນາວິທະຍາສາດ “ພັດທະນາລະບົບຮ່ວມສຳພັນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດແຂວງ ເຊີນລາ ໃນສະພາບການໃໝ່”.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ຕີລາຄາສະພາບຕົວຈິງ ແລະ ບາງບັນຫາທີ່ໄດ້ວາງອອກໃນການຮ່ວມສຳພັນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດ ເຊີນລາ ໃນສະພາບການໃໝ່; ຕິດຕໍ່ບາງຮູບແບບຮ່ວມສຳພັນການຜະລິດ, ຈຳໜ່າຍຜະລິດຕະພັນກະເສດໃນໂລກ; ກຳນົດບົດບາດຂອງລະບົບຮ່ວມສຳພັນຜະລິດຕະພັນກະເສດໃນການພັດທະນາເສດຖະກິດ - ສັງຄົມ… ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນຊວັນທັງ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີສູນກາງພັກ, ຖືວ່າ:

        “ຢາກບຸກທະລຸໃນການພັດທະນາກະສິກຳ, ຕ້ອງມີການຮ່ວມເດີນທາງຂອງວິສາຫະກິດຢ່າງແນ່ນອນ, ຍ້ອນວ່ານີ້ແມ່ນເຈົ້າກຳສຳຄັນໃນການຜະລິດສິນຄ້າໃຫຍ່ ແລະ ແກ້ໄຂໃຫ້ທັງຕະຫຼາດສົ້ນເຂົ້າ - ສົ້ນອອກໃຫ້ແກ່ຊາວກະສິກອນຢ່າງມີປະສິດທິຜົນ. ມີວິສາຫະກິດຫຼາຍແຫ່ງໄດ້ມາເຄື່ອນໄຫວຢູ່ແຂວງ ເຊີນລາ, ພວກເຮົາຕ້ອງແບ່ງປັນ, ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫວ່າງວິສາຫະກິດກັບອຳນາດການປົກຄອງ”.

ຕອບກັບ

ຂ່າວ/ບົດ​ອື່ນ