ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ຈີນ

(VOVWORLD) - ຫວຽດນາມ ແລະ ຈີນ ມີຄວາມສາມາດບົ່ມຊ້ອນຢ່າງໃຫຍ່ຫລວງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ.
ຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນລະຫວ່າງ ຫວຽດນາມ ແລະ ຈີນ - ảnh 1 ກອງປະຊຸມສຳມະນາ ແລະ ພົບປະແລກປ່ຽນການຄ້າ ຫວຽດນາມ - ຈີນ

ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທີ່ກອງປະຊຸມສຳມະນາ ແລະ ພົບປະແລກປ່ຽນການຄ້າ ຫວຽດນາມ - ຈີນ ໂດຍຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ (VCCI) ສົມທົບກັບສະພາສົ່ງເສີມການຄ້າ ຈີນ ຈັດຕັ້ງໃນວັນທີ 23 ພຶດສະພາ.

        ທ່ານ ຫວໍເຕີນແທງ, ຫົວໜ້າຫ້ອງການ VCCI - ໂຮ່ຈີມິນ ໃຫ້ຮູ້ວ່າ: ປັດຈຸບັນ, ຈີນ ພວມແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດຂອງ ຫວຽດນາມ ແລະ ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ທີ່ສຸດໃນພາກພື້ນ ອາຊຽນ ຂອງ ຈີນ. ວົງເງິນການຄ້າ ຫວຽດນາມ - ຈີນ ປີ 2017 ບັນລຸກ່ວາ 93,6 ຕີ້ USD.

        ສ່ວນທ່ານ ອວຍຈີ໋ເສີ໋ນ ທູດການຄ້າ, ສະຖານກົງສູນ ຈີນ ປະຈຳນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ: ດ້ວຍນະໂຍບາຍເປີດກ້ວາງດ້ານການຄ້າ, ຈີນ ສົ່ງເສີມບັນດາວິສາຫະກິດຕ່າງປະເທດ; ໃນນັ້ນ ມີວິສາຫະກິດ ຫວຽດນາມ ກຳແໜ້ນກາລະໂອກາດຂອງຕະຫລາດເປັນຢ່າງດີ. ພ້ອມທັງ ຍູ້ແຮງການສົ່ງອອກບັນດາຜະລິດຕະພັນທີ່ມີຄຸນຄ່າເປັນເອກະລັກສະເພາະ ແລະ ມີຄວາມສາມາດແກ່ງແຍ້ງສູງ. ນອກນັ້ນ ຫວຽດນາມ ແລະ ຈີນ ກໍ່ສາມາດຍູ້ແຮງການຮ່ວມມືໃນການຜະລິດ, ຂຸດຄົ້ນແຮ່ທາດ, ການເງິນ, ການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ