ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ

(VOVWORLD) -     ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 13  14 ພະຈິກ. ໃນຕອນບ່າຍວັນທີ 13 ພະຈິກ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz.
ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ທີ່ພິທີຕ້ອນຮັບ (ພາບ: VOV)

ທີ່ການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານ ໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງ, ມາດຕະການໃຫຍ່ ເພື່ອຍູ້ແຮງການຮ່ວມມືຮອບດ້ານລະຫວ່າງສອງປະເທດ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໂດຍສະເພາະແມ່ນຂັ້ນສູງ, ໃນທຸກຊ່ອງທາງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ, ສືບຕໍ່ຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍໃຫ້ມີປະສິດທິຜົນ. ກ່ຽວກັບດ້ານເສດຖະກິດ - ການຄ້າ, ການນຳສອງທ່ານໄດ້ສົ່ງເສີມບັນດາອົງການ, ວິສາຫະກິດສອງປະເທດສືບຕໍ່ຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດສຳຄັນອື່ນຄື ວິທະຍາສາດ - ເຕັກໂນໂລຢີ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ສາທາລະນະສຸກ - ການສຶກສາ, ບຳລຸງສ້າງວິຊາຊີບ ແລະ ແຮງງານ, ກໍຄືຍູ້ແຮງການສົມທົບພ້ອມກັນແກ້ໄຂບັນດາສິ່ງທ້າທາຍທົ່ວໂລກຄືຄວາມໝັ້ນຄົງດ້ານສະບຽງອາຫານ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຍູ້​ແຮງ​ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ເຢຍ​ລະ​ມັນ - ảnh 2ກການພົບປະເຈລະຈາສອງຝ່າຍ
 ນາຍົກລັດຖະມົນຕີສອງທ່ານກໍຢັ້ງຢືນວ່າ ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີປາໄສຕ່າງໆ ແລະ ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນຊຸກຍູ້ສາຍພົວພັນລະຫວ່າງ ອາຊຽນ ກັບ ເຢຍລະມັນ ແລະ ສະຫະພາບເອີຣົບ (ອີຢູ), ກໍຄື ຮ່ວມມືກັນໃນຂອບເຂດ ສປຊ.

        ທີ່ການພົບປະກັບວົງການສື່ມວນຊົນພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເນັ້ນໜັກວ່າ ສອງຝ່າຍໄດ້ເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ຊຸກຍູ້ສາຍພົວພັນຮ່ວມມືຍຸດທະສາດໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ເພື່ອການພັດທະນາແບບຍືນຍົງ ແລະ ເພື່ອຜົນປະໂຫຍດຂອງສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ຮອດຕອນຄ່ຳວັນທີ 13 ພະຈິກ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນປະທານຮ່ວມກອງປະຊຸມໂຕະມົນວິສາຫະກິດ ຫວຽດນາມ - ເຢຍລະມັນ. ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ Olaf Scholz ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບຢ່າງເປັນທາງການໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນເຈົ້າພາບ.

ຕອບກັບ

ຂ່າວ/ບົດ​ອື່ນ