ຍູ້ແຮງວຽກງານປ້ອງກັນ, ຕ້ານ ພະຍາດ AIDS, ຢາເສບຕິດ ແລະ ໄພໂສເພນີ ໃນຊຸມເດືອນທ້າຍປີ

(VOVWORLD) -  ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ຍູ້ແຮງວຽກງານປ້ອງກັນ, ຕ້ານພະຍາດ AIDS, ຢາເສບຕິດ ແລະ ໄພໂສເພນີ ໃນ 6 ເດືອນ ທ້າຍປີ 2019.
ຍູ້ແຮງວຽກງານປ້ອງກັນ, ຕ້ານ ພະຍາດ AIDS, ຢາເສບຕິດ ແລະ ໄພໂສເພນີ ໃນຊຸມເດືອນທ້າຍປີ - ảnh 1 (ພາບປະກອບ:  chinhphu.vn)

        ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ຊີ້ນໍາໃຫ້ບັນດາສໍານັກຂ່າວສານ ແລະ ອົງການສື່ມວນຊົນ ເພີ່ມເວລາ ແລະ ຫັນຮູບແບບການໂຄສະນາເປັນຫຼາຍຮູບຫຼາຍແບບ, ຈັດທໍາລາຍການ, ຂ່າວ ແລະ ບົດເພື່ອເປົ້າໝາຍຂອງແຜນຮ່າງ “ສົມທົບກັນໂຄສະນາການປ້ອງກັນ, ຕ້ານ ພະຍາດ HIV/AIDS ແລະ ປ້ອງກັນ, ຕ້ານໄພຢາເສບຕິດ, ໂສເພນີ ຮອດປີ 2020.”

        ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍຮຽກຮ້ອງໃຫ້ສືບຕໍ່ສ້າງສໍາເລັດກົນໄກ,ນະໂຍບາຍ ແລະ ກົດໝາຍວ່າດ້ວຍການປ້ອງກັນ,ຕ້ານພະຍາດ AIDS, ຢາເສບຕິດ ແລະ ໄພໂສເພນີ. 

ຕອບກັບ

ຂ່າວ/ບົດ​ອື່ນ