ຍູ້ແຮງວຽກງານໂຄສະນາປ້ອງກັນ,ຕ້ານໄພສັງຄົມ

ຍູ້ແຮງວຽກງານໂຄສະນາປ້ອງກັນ,ຕ້ານໄພສັງຄົມ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ)

(vovworld) - ຍູ້​ແຮງ​ວຽກ​ງານ​ໂຄສະນາ​ປ້ອງ​ກັນ, ຕ້ານ​ໄພ​ສັງຄົມ ​ແມ່ນ​ເນື້ອ​ໃນສະຫຼຸບ​ການ​ຊີ້​ນຳ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ປະທານ​ຄະນະ​ກຳ​ມາ​ທິການ​ແຫ່ງ​ຊາດ, ກ່ຽວກັບການຕ້ານ AIDS ​ແລະ ປ້ອງ​ກັນ, ຕ້ານໄພ​ຢາ​ເສບ​ຕິດ, ​ໂສ​ເພນີ, ທີ່​ກອງ​ປະຊຸ​ມຜັນ​ຂະຫຍາຍ​ທິດ​ທາງ, ໜ້າ​ທີ່​ຈຸດ​ສຸມ​ໃນ​ປີ 2014 ​ເມື່ອມໍ່ໆມານີ້.

   ຂໍ້​ສະຫຼຸບ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈ້ງວ່າ, ​ເພື່​ອສືບ​ຕໍ່ຄວບ​ຄຸມ ​ແລະ ຍູ້ HIV/AIDS, ອາດຊະຍາ​ກຳ ​ແລະ ຢາ​ເສບ​ຕິດ, ​ໂສ​ເພນີ ​ໃຫ້​ຖອຍ​ໄປ, ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ການ​ເມືອງ, ອົງການ​ຈັດ​ຕັ້ງ​ສັງຄົມ, ຄະນະ​ຊີ້​ນຳ​ທຸກ​ຂັ້ນ ​ແລະ ສະມາຊິກ​ຄະນະ​ກຳມາ​ທິການ​ແຫ່ງ​ຊາດ ຕ້ອງວາງ​ຫ​ນ້າ​ທີ່, ມາດ​ຕະການ​ແກ້​ໄຂ​ຈຳ​ເປັນ​ຢ່າງ​ແທດ​ຈິງຄື: ຄົ້ນຄວ້າ, ສະ​ເໜີ​ການ​ສ້າງ, ປັບປຸງ, ດັດ​ປັບ ​ແລະ ສຳ​ເລັດ​ລະບົບ​​ເອກະສານ​ດ້ານ​ກົດໝາຍ​ໃນ​ການ​ປ້ອງ​ກັນ, ຕ້ານ AIDS, ຢາ​ເສບ​ຕິດ, ​ໂສ​ເພນີ; ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສຶກສາອົບຮົມ​ຄວາມ​ຮັບ​ຮູ້​ຂອງ​ທຸກ​ຂັ້ນ, ຂະ​ແໜງ​ການ, ທ້ອງ​ຖິ່ນ ​ແລະ ທົ່ວ​ປະຊາຊົນ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ AIDS, ຢາ​ເສບ​ຕິດ, ​ໂສ​ເພນີ.

ຂ່າວ/ບົດ​ອື່ນ