ດຶງ​ດູດ​ການ​ລົງ​ທຶນ​ຈາກ ອົດ​ສະ​ຕາ​ລີ​ ດ້ວຍ​ຮູບ​ການ​ທາງ​ອອນ​ລາຍ

(VOVWORLD) - ວັນທີ 30 ພະຈິກ, ຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໄດ້ສົມທົບກັບຫ້ອງການການຄ້າ ອົດສະຕາລີ ປະຈຳ ຫວຽດນາມ (Auscham) ຈັດຕັ້ງກອງປະຊຸມສຳມະນາທາງອອນລາຍ ສົ່ງເສີມການລົງທຶນຈາກ ອົດສະຕາລີ.
ດຶງ​ດູດ​ການ​ລົງ​ທຶນ​ຈາກ ອົດ​ສະ​ຕາ​ລີ​ ດ້ວຍ​ຮູບ​ການ​ທາງ​ອອນ​ລາຍ - ảnh 1ກອງປະຊຸມສຳມະນາທາງອອນລາຍ ສົ່ງເສີມການລົງທຶນຈາກ ອົດສະຕາລີ (ພາບ: baobinhduong.vn

ນະທີ່ນີ້, ບັນດາຜູ້ແທນໄດ້ແລກປ່ຽນ, ປຶກສາຫາລືສະພາບການດ້ານການຄ້າ, ການພົວພັນການທູດ ລະຫວ່າງ ອົດສະຕາລີ ແລະ ຫວຽດນາມ, ແບ່ງປັນ ບົດຮຽນ, ປະສົບການໃນການລົງທຶນຢູ່ ຫວຽດນາມ ເວົ້າລວມ ແລະ ແຂວງບິ່ງເຢືອງເວົ້າສະເພາະ. ທ່ານ ມາຍຮຸ່ງຢຸງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງບິ່ງເຢືອງ ໃຫ້ຮູ້ວ່າ: ບິ່ງເຢືອງແມ່ນແຂວງພັດທະນາຢ່າງແຮງກ່ຽວກັບອຸດສາຫະກຳ ຂອງ ຫວຽດນາມ. ທາງແຂວງໄດ້ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢ່າງບໍ່ຢຸດຢັ້ງ, ຍົກສູງຄວາມສາມາດໃນການແກ້ງແຍ້ງ ແລະ ເພີ່ມທະວີການໜູນຊ່ວຍໃຫ້ແກ່ການພັດທະນາວິສາຫະກິດທີ່ເຂົ້າມາລົງທຶນໃນບໍລິເວນແຂວງ. ພ້ອມກັນນັ້ນ, ສ້າງທຸກເງື່ອນໄຂສະດວກ, ແກ້ໄຂບັນດາຄວາມຫຍູ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ນັກລົງທຶນເຂົ້າມາລົງທຶນຢູ່ບິ່ງເຢືອງ ມີການເຄື່ອນໄຫວຜະລິດເນີນທຸລະກິດບັນລຸໄດ້ໝາກຜົນທີ່ດີ.

ປັດຈຸບັນໃນບໍລິເວນແຂວງບິ່ງເຢືອງ, ອົດສະຕາລີໄດ້ລົງທຶນ 29 ໂຄງການ, ດ້ວຍຍອດເງິນລົງທຶນແມ່ນ 132 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ