(VOVWORLD) - ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026.
ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ (ພາບ: VOV) |
ລາຍການສະແດງສິລະປະ “ທຳນອງເພງມິດຕະພາບ” ໄດ້ດຳເນີນໃນຕອນຄ່ຳວັນທີ 10 ກຸມພາ ຢູ່ນະຄອນ ໂຮ່ຈີມິນ, ປະກອບສ່ວນແຜ່ກະຈາຍນ້ຳໃຈສາມັກຄີ, ມິດຕະພາບສາກົນ, ຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ແລະ ຕ້ອນຮັບລະດູບານໃໝ່ປີມະເມຍ 2026.
ເມື່ອກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຮ່າແທັງ, ປະທານສະຫະພັນບັນດາອົງການມິດຕະພາບນະຄອນ ໂຮ່ຈີມິນ ເນັ້ນໜັກວ່າ ລາຍການໄດ້ຝາກຝັງສານກ່ຽວກັບຄວາມຄາດຫວັງສັນຕິພາບ, ພັດທະນາຢ່າງວັດທະນາຖາວອນ, ສະແດງໃຫ້ເຫັນນ້ຳໃຈມິດຕະພາບ ແລະ ການຜູກພັນກັນຢ່າງແໜ້ນແຟ້ນລະຫວ່າງ ນະຄອນ ໂຮ່ຈີມິນ ກັບເພື່ອນມິດສາກົນ. ໃນຈົດໝາຍ, ສານອວຍພອນ, ເພື່ອນມິດສາກົນໄດ້ຕີລາຄາສູງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ກໍຄືຮັບຮູ້ທີ່ຕັ້ງທີ່ນັບມື້ນັບສູງຂອງ ຫວຽດນາມ ບົນເວທີສາກົນ.
ລາຍການໄດ້ແນະນຳຫຼາຍລາຍການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ບັນດາປະເທດ. ໄປຄຽງຄູ່ກັນນັ້ນ, ຍັງມີບັນດາລາຍການສະແດງສິລະປະຂອງນັກສຶກສາລາວ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ; ບັນດາວາດຟ້ອນພື້ນເມືອງຈາກ ສ.ເກົາຫຼີ, ຈີນ, ອິນເດຍ, ບຸນກາຣີ; ການເດີນແບບຊຸດອາພອນ Yukata ຍີ່ປຸ່ນ… ອີກດ້ວຍ.