ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ

(VOVWORLD) - ບົດຂຽນໄດ້ຊີ້ແຈ້ງວ່າ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ດ້ວຍຈິດໃຈເບີກບານມ່ວນຊືນພິເສດ.
ກ້​າວ​ເດີນ​ຢ່າງ​ໝັ້ນ​ແກ່ນ​ພາຍ​ໃຕ້​ທຸງ​ພັກ - ảnh 1ການຍິງບັງໄຟດອກຂອບຂະໜາດໃຫຍ່ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 - 3/2/2026), ວັນທີ 2 ກຸມພາ ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ມີບົດຂຽນທີ່ມີຫົວຂໍ້ “ກ້າວເດີນຢ່າງໝັ້ນແກ່ນພາຍໃຕ້ທຸງພັກ”. ບົດຂຽນໄດ້ຊີ້ແຈ້ງວ່າ ພາຍຫຼັງຜົນສຳເລັດຂອງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIV, ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບ ຫວຽດນາມ ໄດ້ສະເຫຼີມສະຫຼອງ 96 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ ດ້ວຍຈິດໃຈເບີກບານມ່ວນຊືນພິເສດ. ຂີດໝາຍ 96 ປີຂອງພັກ ຍິ່ງມີຄວາມໝາຍ, ເມື່ອ ຫວຽດນາມ ກ້າວເຂົ້າສູ່ປີທຳອິດຂຂອງອາຍຸການໃໝ່ - ປີເລີ່ມຕົ້ນທີ່ມີບົດບາດຕັດສິນໃນການຫັນມະຕິກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ເປັນລະອຽດ, ນຳບັນດາເປົ້າໝາຍຍຸດທະສາດໃຫ້ປະກົດຜົນເປັນຈິງ.

ຕາມທ່ານເລຂາທິການໃຫຍ່ແລ້ວ, ຜ່ານ 96 ລະດູບານໃໝ່ນັບແຕ່ເວລາສ້າງຕັ້ງ, ພິເສດແມ່ນກ່ວາ 80 ປີ ພັກກຳອຳນາດ, ພັກກອມມູນິດ ຫວຽດນາມ ໄດ້ພິສູດໃຫ້ເຫັນພະລັງຊີວິດທີ່ໜຽວແໜ້ນ, ຄຸນທາດທີເດັດດ່ຽວ ແລະ ເສັ້ນທາງນຳພາທີ່ຖືກຕ້ອງ, ນຳການປະຕິວັດຫວຽດນາມ ບັນລຸຈາກໄຊຊະນະນີ້ ຫາໄຊຊະນະອື່ນ. ເສັ້ນທາງ 96 ປີຜ່ານມາໄດ້ຢັ້ງຢືນວ່າ: ບໍ່ມີກຳລັງການເມືອງໃດນອກເໜືອຈາກພັກກອມມູນິດ ຫວຽດນາມ ມີອິດທິພົນຊື່ສຽງ, ມີຄວາມເກັ່ງກ້າສາມາດ ແລະ ຄຸນນະທາດໃນການນຳພາປະຕິວັດ ດ້ວຍເປົ້າໝາຍເພື່ອປະຊາຊົນ. ບົດບາດກຳອຳນາດ ແລະ ການນຳພາຢ່າງຮອບດ້ານຂອງພັກແມ່ນປັດໄຈຕັດສິນທຸກໄຊຊະນະຂອງພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢ້ຽມ​ຢາມ​, ມອບ​ຂອງ​ຂວັນ​ປີ​ໃໝ່​ໃຫ​້​ແກ່​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ກຳ​ມະ​ກອນ​ຜູ້​ອອກ​ແຮງ​ງານ​ຢູ່​ແຂວງ ແທັງ​ຮວ໊າ