ດ່າ​ນັ້ງ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ, ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ມາ​ເລ​ເຊຍ

(VOVWORLD) - ທ່ານ ຫງວຽນວັນກ໋ວາງ, ເລຂາຄະນະພັກນະຄອນ ດ່ານັ້ງ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ດ່ານັ້ງ ແລະ ບັນດາທ້ອງຖິ່ນຂອງມາເລເຊຍ.
ດ່າ​ນັ້ງ ຍູ້​ແຮງ​ການ​ຮ່ວມ​ມື​ລົງ​ທຶນ, ການ​ທ່ອງ​ທ່ຽວ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງ ມາ​ເລ​ເຊຍ - ảnh 1ທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງມາເລເຊຍ ປະຈຳ ຫວຽດນາມ ແລະ ທ່ານ ຫງວຽນວັນກ໋ວາງ, ເລຂາຄະນະພັກນະຄອນ ດ່ານັ້ງ (ພາບ: VOV) 

ວັນທີ 3 ສິງຫາ, ທີ່ການຕ້ອນຮັບທ່ານ Dato Tan Yang Thai ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງມາເລເຊຍ ປະຈຳ ຫວຽດນາມ ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ດ່ານັ້ງ, ທ່ານ ຫງວຽນວັນກ໋ວາງ, ເລຂາຄະນະພັກນະຄອນ ດ່ານັ້ງ ໄດ້ສະແດງຄວາມຫວັງຢາກເພີ່ມທະວີການຮ່ວມມືລົງທຶນ ແລະ ການທ່ອງທ່ຽວລະຫວ່າງ ດ່ານັ້ງ ແລະ ບັນດາທ້ອງຖິ່ນຂອງມາເລເຊຍ. ມາເລເຊຍຍາມໃດກໍ່ນອນໃນ top 10 ຕະຫຼາດແຂກທ່ອງທ່ຽວສາກົນມາທ່ຽວດ່ານັ້ງ. 6 ເດືອນຕົ້ນປີ 2023, ນະຄອນດ່ານັ້ງ ໄດ້ຕ້ອນຮັບແຂກທ່ອງທ່ຽວມາເລເຊຍກ່ວາ 68.000 ເທື່ອຄົນ. ທ່ານ ຫງວຽນວັນກ໋ວາງ ເນັ້ນໜັກວ່າ:

ເພື່ອຊຸກຍູ້ການພົວພັນ ແລະ ການເຄື່ອນໄຫວພົວພັນແລກປ່ຽນ, ການລົງທຶນການທ່ອງທ່ຽວ, ການນຳນະຄອນ ແລະ ບັນດາພະແນກ, ຂະແໜງການຢູ່ ດ່ານັ້ງ ຍາມໃດກໍ່ສ້າງເງື່ອນໄຂ ແລະ ໃຫ້ຄຳໝັ້ນສັນຍາ, ເອົາໃຈໃສ່ສະໜັບສະໜູນ ການເຄື່ອນໄຫວວິສາຫະກິດມາເລເຊຍ ເຂົ້າມາລົງທຶນ ກໍ່ຄືສ້າງສະພາບແວດລ້ອມທີ່ດີທີ່ສຸດໃຫ້ແກ່ແຂກທ່ອງທ່ຽວ ມາທ່ຽວຢູ່ນະຄອນດ່ານັ້ງ.

ສ່ວນທ່ານເອກອັກຄະລັດຖະທູດ Dato Tan Yang Thai ຖືວ່າ ດ່ານັ້ງ ໄດ້ມີຖ້ຽວບິນໂດຍກົງໄປຍັງນະຄອນຫຼວງ Kuala Lumpur (ມາເລເຊຍ). ນີ້ແມ່ນເງື່ອນໄຂທີ່ສະດວກເພື່ອໃຫ້ທັງສອງຝ່າຍພ້ອມກັນຮ່ວມມືພັດທະນາການລົງທຶນ, ທ່ອງທ່ຽວ. ມີແຂກທ່ອງທ່ຽວມາເລເຊຍຫຼາຍຄົນເລືອກເອົາດ່ານັ້ງ ເພື່ອໄປທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ