ດ່ານັ້ງ: ໄຂງານບຸນ ກວນເທ໋ເອີມ ຫງູແຫ່ງເຊີນ ປີ 2018

(VOVWORLD) - ງານບຸນນີ້ໄດ້ຈັດຕັ້ງແຕ່ວັນທີ 2 – 4 ເມສາ (ກົງກັບວັນທີ 17 – 19 ເດືອນ 2 ໄລ່ຕາມຈັນທະປະຕິທິນ) ຢູ່ ວັດ ກວນເທ໋ເອີມ

ດ່ານັ້ງ: ໄຂງານບຸນ ກວນເທ໋ເອີມ ຫງູແຫ່ງເຊີນ ປີ 2018 - ảnh 1ພິທີໄຂງານບຸນ ກວນເທ໋ເອີມ ຫງູແຫ່ງເຊີນ, ນະຄອນ ດ່ານັ້ງ

ຕອນຄ່ຳວັນທີ 2 ເມສາ (ກົງກັບວັນທີ 17 ເດືອນ 2 ໄລ່ຕາມຈັນທະປະຕິທິນ) ໄດ້ໄຂງານບຸນ ກວນເທ໋ເອີມ ຫງູແຫ່ງເຊີນ, ນະຄອນ ດ່ານັ້ງ. ງານບຸນນີ້ໄດ້ຈັດຕັ້ງແຕ່ວັນທີ 2 – 4 ເມສາ (ກົງກັບວັນທີ 17 – 19 ເດືອນ 2 ໄລ່ຕາມຈັນທະປະຕິທິນ) ຢູ່ ວັດ ກວນເທ໋ເອີມ, ນອນໃນເຂດປູຊະນີຍະສະຖານວັດທະນະທຳຈິດວີນຍານ ນອນເນືອກ - ຫງູແຫັ່ງເຊີນ, ນະຄອນ ດ່ານັ້ງ ດ້ວຍການເຄື່ອນໄຫວວັດທະນະທຳທີ່ເປັນເອກະລັກສະເພາະ. ທ່ານນາງ ຫງວຽນທິແອງທີ, ປະທານຄະນະກຳມະການປະຊາຊົນ ເມືອງ ຫງູແຫັ່ງເຊີນ, ນະຄອນ ດ່ານັ້ງ, ໃຫ້ຮູ້ວ່າ:

        “ງານບຸນຍາມໃດກໍ່ແມ່ນຈຸດນັດພົບທີ່ດຶງດູດ, ບໍ່ພຽງແຕ່ແມ່ນແຂກທ່ອງທ່ຽວມາຈາກທຸກສາລາທິດເທົ່ານັ້ນ ຫາກຍັງແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວສາກົນໄດ້ເຂົ້າຮ່ວມ ແລະ ຊອກຮູ້ບັນດາຄຸນຄ່າທາງດ້ານຈິດໃຈ ທີ່ເຕັມໄປດ້ວຍປະຫວັດສາດ ວັດທະນະທຳຂອງພຸດທະສາສະໜາ ຫວຽດນາມ ອີກດ້ວຍ. ”

ຕອບກັບ

ຂ່າວ/ບົດ​ອື່ນ