ດ່ານັ້ງຜັນຂະຫຍາຍແຜນຮ່າງກໍ່ສ້າງນະຄອນສະຫຼາດ
(ທ່ານປະທານຄະນະກຳມະການສູນກາງແນວໂຮມ
ປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ກ່າວຄຳເຫັນທີ່ການເຮັດວຽກ)
(vovworld) - ທີ່ການເຮັດວຽກກັບການນຳນະຄອນດ່ານັ້ງ ໃນວັນທີ 28/06, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນທ້ຽນເຍີນ ໄດ້ຕີລາຄາສູງ “ແຜນຮ່າງກໍ່ສ້າງນະຄອນສະຫຼາດຂອງດ່ານັ້ງ”. ຕາມທ່ານ ຫງວຽນທ້ຽນເຍີນ ແລ້ວ, ນີ້ແມ່ນມາດຕະການແກ້ໄຂໃຫ້ການພັດທະນາເຂດຕົວເມືອງຂອງຫຼາຍປະເທດໃນໂລກ. ທຸກໆການເຄື່ອນໄຫວຄຸ້ມຄອງຂອງທ້ອນຖິ່ນລ້ວນແຕ່ມີບົດບາດຂອງປະຊາຊົນ, ຖ້າຫາກເສີມຂະຫຍາຍໄດ້ບົດບາດຂອງປະຊາຊົນ ອຳນາດການປົກຄອງຈະເຄື່ອນໄຫວຢ່າງມີປະສິດທິຜົນກວ່າ, ມີຫົວຄິດປະດິດສ້າງກວ່າ. ທ່ານ ຫງວຽນທ້ຽນເຍີນ ສະເໝີໃຫ້ນະຄອນດ່ານັ້ງສ້າງຄະນະຊີ້ນຳການຜັນຂະຫຍາຍ “ແຜນຮ່າງກໍ່ສ້າງນະຄອນສະຫຼາດ” ໂດຍໄວ; ສຸມໃສ່ການວາງແຜນສັງລວມ, ການບໍລິຫານ, ພ້ອມກັບການຄາດຄະເນການພັດທະນາພົນລະເມືອງ, ຄວາມສາມາດໃນການສະໜອງນ້ຳ, ການພັດທະນາອຸດສາຫະກຳ…