ຕວັກ​ກີ ຄັດ​ຄ້ານ​ແຜນ​ການ​ລົງ​ໂທດ​ຂອງ ອີ​ຢູ

(VOVWORLD) -ບັນດາຄຳສັ່ງລົງໂທດ ເຊິ່ງ ອາເມລິກາ ແລະ ອີຢູ ຈັດວາງນັ້ນ ຈະກໍຜົນເສຍຫາຍໃຫ້ແກ່ທັງສອງຝ່າຍ ແລະ ເນັ້ນໜັກວ່າ ທຸກບັນຫາ ລ້ວນແຕ່ສາມາດແກ້ໄຂໄດ້ ຜ່ານການເຈລະຈາ ແລະ ການຮ່ວມມື.
    ຕວັກ​ກີ ຄັດ​ຄ້ານ​ແຜນ​ການ​ລົງ​ໂທດ​ຂອງ ອີ​ຢູ - ảnh 1ກ່ຳປັ່ນສຳຫຼວດ Oruc Reis ຂອງ ຕວັກກີ (ພາບ: AFP/TTXVN)

ວັນທີ 11 ທັນວາ, ຕວັກກີ ຄັດຄ້ານການກະທຳ ເຊິ່ງປະເທດນີ້ຖືວ່າ “ບໍ່ຍຸຕິທຳ” ແລະ “ບໍ່ຖືກຕ້ອງຕາມກົດໝາຍ” ຂອງສະຫະພາບເອີຣົບ (ອີຢູ) ເມື່ອເຮັດບັນຊີລາຍຊື່ພົນລະເມືອງ ຕວັກກີ ທີ່ຈະຖືກ ບຸກແຊນ ຈັດວາງຄຳສັ່ງລົງໂທດ ເຊິ່ງກ່ຽວຂ້ອງເຖິງບັນດາການເຄື່ອນໄຫວເຈາະສຳຫຼວດຢູ່ເຂດ ຕາເວັນອອກ ທະເລເມດີແຕຣານຽມ ຂອງ Ankara. ທ່ານປະທານບໍດີ ຕວັກກີ Tayyip Erdogan ຖືວ່າ ບັນດາຄຳສັ່ງລົງໂທດ ເຊິ່ງ ອາເມລິກາ ແລະ ອີຢູ ຈັດວາງນັ້ນ ຈະກໍຜົນເສຍຫາຍໃຫ້ແກ່ທັງສອງຝ່າຍ ແລະ ເນັ້ນໜັກວ່າ ທຸກບັນຫາ ລ້ວນແຕ່ສາມາດແກ້ໄຂໄດ້ ຜ່ານການເຈລະຈາ ແລະ ການຮ່ວມມື.

ໃນວັນດຽວກັຍ, ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຊີ້ແຈ້ງວ່າ ບັນດາມາດຕະການລົງທຶນໃໝ່ແນໃສ່ຕວັກກີ ເຊິ່ງ ອີຢູ ພວມກະກຽມນັ້ນ ໄດ້ສະແດງໃຫ້ເຫັນວ່າ ບຣຸກແຊັນ ຈະບໍ່ຍອມຮັບບັນດາການກະທຳກໍ່ຄວາມຂາດສະຖຽນລະພາບໃນວົງຄະຈອນຂອງຕົນ. ເຖິງຢ່າງໃດກໍຕາມ, ຕາມທ່ານແລ້ວ, ອີຢູ ກໍພ້ອມແລ້ວທີ່ຈະເຈລະຈາ ກັບ ຕວັກກີ.


ຕອບກັບ

ຂ່າວ/ບົດ​ອື່ນ