ຕວກກີ ແລະ ອາເມລິກາ ຮຽກຮ້ອງຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ

(VOVWORLD) -ວັນທີ 8 ເມສາ, ປະທານາທິບໍດີ ຕວກກີ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ ໄດ້ມີການໂອ້ລົມສົນທະນາທາງໂທລະສັບກັບວົງການເຈົ້າຫນ້າທີ່ ອິດສະຣາແອນ ໃນຄວາມມານະພະຍາຍາມຫລ້າສຸດຂອງປະຊາຄົມສາກົນ ເພື່ອແນໃສ່ຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ.

 
ຕວກກີ ແລະ ອາເມລິກາ ຮຽກຮ້ອງຫລຸດຜ່ອນຄວາມເຄັ່ງຕຶງຢູ່ ຕາເວັນອອກກາງ - ảnh 1ກຳລັງປ້ອງກັນຄວາມສະຫງົບ ອິດສະຣາແອນ ໄດ້ຜັນຂະຫຍາຍຫນ້າທີ່ວຽກງານພາຍຫລັງບັນດາເຫດປະທະກັນກັບ ຊາວປາແລດສະຕີນ ຢູ່ Jerusalem ຕາເວັນອອກ. ພາບ: AFP/TTXVN
  ໃນການໂອ້ລົມທາງໂທລະສັບກັບຄູ່ຕຳແຫນ່ງ ອິດສະຣາແອນ ທ່ານ Isaac Herzog, ປະທານາທິບໍດີ ຕວກກີ ທ່ານ Recep Tayyip Erdogan ສະແດງຄວາມກັງວົນຕໍ່ຄວາມເຄັ່ງຕຶງຢູ່ Jerusalem ຕາເວັນອອກ ພິເສດແມ່ນການບຸກໂຈມຕີ ຫວ່າງມໍ່ໆມານີ້ຂອງຕຳຫລວດ ອິດສະຣາແອນ ເຂົ້າເຂດປະສົມ ໂບດອິດສະລາມ Al-Aqsa.

ປະທານາທິບໍດີ ຕວກກີ ຢັ້ງຢືນ ອານກາຣາ ພ້ອມແລ້ວຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຊອກຫາໄດ້ກົກປາຍຂອງບັນຫາ ແລະ ປະຕິບັດບັນດາບາດກ້າວເດີນມຸ່ງໄປເຖິງການສ້າງຕັ້ງພື້ນຖານສັນຕິພາບຢ່າງຍຸຕິທຳ ແລະ ຍາວນານຢູ່ ຕາເວັນອອກກາງ.

ໃນວັນດຽວກັນ, ທ່ານ  Lloyd Austin ລັດຖະມົນຕີ ກະຊວງປ້ອງກັນປະເທດ ອາເມລິກາ ໄດ້ໂອ້ລົມທາງໂທລະສັບກັບຄູ່ຕຳແຫນ່ງ ອິດສະຣາແອນ ທ່ານ Yoav Gallant. ທ່ານ Austin ໄດ້ຮຽກຮ້ອງໃຫ້ຜັນຂະຫຍາຍບັນດາບາດກ້າວເດີນເພື່ອຮັບປະກັນໃຫ້ມີເວລາພັກງານຢ່າງສະຫງົບສຸກໃຫ້ແກ່ ຊາວຢິວ, ຊາວມຸດສະລິມ ແລະ ຊາວຄຼິດສະຕຽນ ພ້ອມທັງຊົມເຊີຍຄວາມມານະພະຍາຍາມໃນການຫລຸດຜ່ອນຄວາມເຄັ່ງຕຶງ.

ຕອບກັບ

ຂ່າວ/ບົດ​ອື່ນ