ຕົວປະກັນອາເມລິກາຢູ່Yemenຖືກ Al Qaedaສັງຫານ

ຕົວປະກັນອາເມລິກາຢູ່Yemenຖືກ Al Qaedaສັງຫານ - ảnh 1
ນັກ​ຂ່າວ Luke Somers
ພາບ:AP

(vovworld)-​​ວັນ​ທີ 6/12, ບັນ​ດາ​ສະ​ມາ​ຊິກ​ເຄືອ​ຂ່າຍກໍ່​ການ​ຮ້າຍ​ສາ​ກົນ Al Qaeda ຢູ່ Yemen ໄດ້​ຍິງ​ຕາຍ​ນັກ​ຂ່າວ Luke Somers ຊື່ງ​ແມ່ນ​ຊາວ​ອາ​ເມ​ລິ​ກາ ຖືກກຳ​ລັງ​ດັ່ງ​ກ່າວຈັບ​ເປັນ​ຕົວ​ປະ​ກັນ​ເມື່ອ​ປີ 2013. ການ​ສັງ​ຫານ ​ແມ​່ນ​ໄດ້​ປະ​ຕິ​ບັດ​ພາຍ​ຫລັງກອງ​ທັບ​ອາ​ເມ​ລິ​ກາ ແລະ Yemen ເປີດບັ້ນ​ຮົບ​ການ​ທະ​ຫານ​ຮ່ວມ ເລັ່ງ​ໃສ່​ທາງ​ທິດ​ໃຕ້​ແຂວງ Shabwa ເພື່ອ​ກູ້​ເອົາ​ຊີ​ວິດ​ໃຫ້​ແກ່​ນັກ​ຂ່າວ​ນີ້. ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ກ່າວ​ປະ​ນາມ​ຢ່າງ​ແຮງ​ຕໍ່​ເລື່ອງ Al Qaeda ໄດ້​ສັງ​ຫານ​ຕົວ​ປະ​ກັນ Luke Somers ແລະ ໝັ້ນ​ໝາຍ​ວ່າ: ຈະ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ພົນ​ລະ​ເມືອງ​ອາ​ເມ​ລິ​ກາ ບໍ່​ວ່າ​​ພວມຢູ່​ບ່ອນ​ໃດ.

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ