ຕວຽນ​ກວາງ ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ​ໄວ

(VOVWORLD) -ຕອນເຊົ້າວັນທີ 4 ພະຈິກ, ແຂວງ ຕວຽນກວາງ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ ວັນສ້າງຕັ້ງແຂວງ ຄົບຮອບ 190 ປີ (4 ພະຈິກ 1831 – 4 ພະຈິກ 2021), ວັນສ້າງຕັ້ງແຂວງຕວຽນກວາງຄືນໃໝ່ ຄົບຮອບ 30 ປີ (1991 - 2021) ແລະ ຮັບຫຼຽນໄຊເອກະລາດຊັ້ນ 3.

ຕວຽນ​ກວາງ ປ່ຽນ​ແປງ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ, ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໂດຍ​ໄວ - ảnh 1ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ມອບຫຼຽນໄຊເອກະລາດຊັ້ນ 3 ໃຫ້ແກ່ແຂວງ ຕວຽນກວາງ
(ພາບ: TTXVN)

ກ່າວຄຳເຫັນທີພິທີ, ທ່ານຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກ ເນັ້ນໜັກວ່າ: ຕວຽນກວາງ ແມ່ນເຂດດິນແດນທີ່ເຕັມໄປດ້ວຍມູນເຊື້ອວັດທະນະທຳ, ປະຫວັດສາດອັນຍາວນານ, ມີທີ່ຕັ້ງຍຸດທະສາດສຳຄັນຂອງປະເທດຊາດ. ໃນວິວັດແຫ່ງການພັດທະນາ, ປະຊາຊົນບັນດາເຜົ່າ ຢູ່ຕວຽນກວາງ ໄດ້ເພີ່ມພູນຄູນສ້າງ, ເກັບຮັກສາບັນດາຄຸນຄ່າດ້ານປະຫວັດສາດ, ວັດທະນະທຳທີ່ພົ້ນເດັ່ນ, ຫຼໍ່ຫຼອມຂຶ້ນມູນເຊື້ອຮັກຊາດ, ຄວາມສາມັກຄີ, ດູໝັ່ນຂະຫຍັນພຽນ, ຄວາມປະດິດຄິດສ້າງ, ອົງອາດກ້າຫານ, ປະກອບສ່ວນ ສ້າງໜ້າປະຫວັດສາດທີ່ອົງອາດກ້າຫານຂອງ ຊາດຫວຽດນາມ.

ທ່ານ ຫວໍວັນເຖືອງ ໄດ້ສະເໜີວ່າ ໃນໄລຍະຈະມາເຖິງ, ແຂວງຕວຽນກວາງ ຕ້ອງມີມາດຕະການທີ່ເໝາະສົມ, ຮັບມືຢ່າງມີໄຫວພິບ, ຈຳກັດຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ທຸກດ້ານໃນຊີວິດສັງຄົມ, ຮັບປະກັນຄວາມປອດໄພດ້ານສຸຂະພາບໃຫ້ແກ່ປະຊາຊົນ, ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ. ແຂວງຕວຽນກວາງຕ້ອງລະດົມຢ່າງສຸດຂີດ ແລະ ນຳໃຊ້ຢ່າງມີປະສິດທິຜົນແຫຼ່ງກຳລັງເພື່ອລົງທຶນກໍ່ສ້າງໂຄງປະກອບພື້ນຖານເສດຖະກິດ - ສັງຄົມ, ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າແຮງ, ການພັດທະນາກະສິກຳ, ປ່າໄມ້ ຕິດພັນກັບການສ້າງຊົນນະບົດໃໝ່, ຍູ້ແຮງຄວາມຄືບໜ້າໃນບັນດາໂຄງການຜະລິດອຸດສາຫະກຳ, ເອົາໃຈໃສ່ເຖິງການພັດທະນາບັນດາຂະແໜງອຸດສາຫະກຳເປັນທ່າແຮງ ແລະ ມີປະສິດທິຜົນສູງ, ຍູ້ແຮງການພັດທະນາການທ່ອງທ່ຽວ, ການບໍລິການ, ການຄ້າ…

ຕອບກັບ

ຂ່າວ/ບົດ​ອື່ນ