​ຕອນ​ບ່າຍ​ວັນ​ທີ 18 ກຸມ​ພາ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ​້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່​ຕື່ມ​ອີກ 18 ກໍ​ລະ​ນີ ຢູ່​ແຂວງ ຫາຍ​ເຢືອງ

(VOVWORLD) -ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງ ວັນທີ 18 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ -  19 ລາຍໃໝ່ຕື່ມອີກ 18 ກໍລະນີ ເຊິ່ງລ້ວນແຕ່ຢູ່ແຂວງ ຫາຍເຢືອງ.

ນັບແຕ່ເວລາ 6 ໂມງ ຫາເວລາ 18 ໂມງຂອງ ວັນທີ 18 ກຸມພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ -  19 ລາຍໃໝ່ຕື່ມອີກ 18 ກໍລະນີ ເຊິ່ງລ້ວນແຕ່ຢູ່ແຂວງ ຫາຍເຢືອງ. ປັດຈຸບັນ, 02 ກໍລະນີ ກຳລັງປະຕິບັດການແຍກຕົວ ແລະ ປິ່ນປົວຢູ່ ສູນສາທາລະນະສຸກ ເມືອງ ຈີ໊ລິງ; 01 ກໍລະນີ ພວມ ປະຕິບັດການແຍກຕົວ ແລະ ປິ່ນປົວຢູ່ ໂຮງໝໍພະຍາດເຂດຮ້ອນ ຫາຍເຢືອງ ແລະ 15 ກໍລະນີ ກຳລັງ ປະຕິບັດການແຍກຕົວ ແລະ ປິ່ນປົວຢູ່ໂຮງໝໍກາງສະໜາມເລກທີ 2 ມະຫາວິທະຍາໄລເຕັກນິກ, ສາທາລະນະສຸກ ແຂວງ ຫາຍເຢືອງ.

        ຕາມບົດລາຍງານຂອງອະນຸກຳມະການປິ່ນປົວ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລ້ວ, ວັນທີ 18 ກຸມພາ, ທົ່ວປະເທດມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຈຳນວນ 25 ກໍລະນີ ໄດ້ຮັບການປິ່ນປົວຫາຍດີແລ້ວ, ປັດຈຸບັນກຳລັງປິ່ນປົວໃຫ້ແກ່ 1.605 ກໍລະນີ ແລະ ມີ 35 ກໍລະນີ ເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ