ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ 7 ສະ​ບັບ ແລະ ກົດ​ໝາຍ 2 ສະ​ບັບ

(VOVWORLD) -ຕອນເຊົ້າວັນທີ 16 ມິຖຸນາ ເປັນມື້ເຮັດວຽກສຸດທ້າຍຂອງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມຊຸດທີ XV, ບັນດາສະມາຊິກສະພາແຫ່ງຊາດ ໄດ້ລົງຄະແນນສຽງ ຮັບຮອງເອົາມະຕິ 7 ສະບັບ, ກົດໝາຍ 2 ສະບັບ.
ຕອນ​ເຊົ້າ​ວັນ​ທີ 16 ມິ​ຖຸ​ນາ, ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ມະ​ຕິ 7 ສະ​ບັບ ແລະ ກົດ​ໝາຍ 2 ສະ​ບັບ - ảnh 1ບັນດາສະມາຊິກສະພາແຫ່ງຊາດລົງຄະແນນສຽງຮັບຮອງເອົາມະຕິສະບັບຕ່າງໆ (ພາບ: quochoi.vn)

ໃນນັ້ນ ມີມະຕິ 5 ສະບັບກ່ຽວກັບແຜນນະໂຍບາຍລົງທຶນພື້ນຖານໂຄງລ່າງຄົມມະນາຄົມສຳຄັນ ແຕ່ເໜືອຮອດໃຕ້ ເປັນຕົ້ນແມ່ນ ໂຄງການເສັ້ນທາງອ້ອມຮອບນະຄອນຫຼວງຮ່າໂນ້ຍ ເລກ 4, ເສັ້ນທາງອ້ອມຮອບນະຄອນ ໂຮ່ຈີມິນ ເລກ 3, ເສັ້ນທາງຄວາມໄວສູງ ແຄງຮວ່າ - ບວນມາທວດ (ໄລຍະ 1) ເສັ້ນທາງຄວາມໄວສູງ ບຽນຮວ່າ - ຫວູງເຕົ່າ (ໄລຍະ 1)… ບັນດາໂຄງການດັ່ງກ່າວ ມີບົດບາດສຳຄັນທີ່ສຸດຕໍ່ການພັດທະນາເສດຖະກິດທ້ອງຖິ່ນ, ເສດຖະກິດລະຫວ່າງເຂດ, ສ້າງກຳລັງໜູນດຶງດູດການລົງທຶນ, ສ້າງສະພາບແວດລ້ອມໃໝ່ແກ່ການພັດທະນາຂອງທັງເຂດ, ພາກ. ບັນດາສະມາຊິກສະພາແຫ່ງຊາດ ກໍລົງຄະແນນສຽງຮັບຮອງເອົາມະຕິວ່າດ້ວຍການທົດລອງຮູບແບບຈັດການເຄື່ອນໄຫວອອກແຮງງານ, ແນະນຳອາຊີບ, ສອນວິຊາຊີບໃຫ້ແກ່ນັກໂທດຢູ່ນອກຄ້າຍຄຸມຂັງ ຂອງກະຊວງຕຳຫຼວດ.

ຕອບກັບ

ຂ່າວ/ບົດ​ອື່ນ