ຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບເຕັກໂນໂລຊີ blockchain ຂອງ ຫວຽດນາມ

(VOVWORLD) - ນີ້ແມ່ນຂີດໝາຍການມີໜ້າ ແລະ ຄຳໝັ້ນສັນຍາຂອງ U2U ສຳລັບລູກຄ້າ ແລະ ຄູ່ຮ່ວມມືຢູ່ ກຳປູເຈຍ ກໍຄືຢູ່ພາກພື້ນ.
ຕະຫຼາດມີຄວາມສາມາດບົ່ມຊ້ອນຫຼາຍຢ່າງສຳລັບເຕັກໂນໂລຊີ blockchain ຂອງ ຫວຽດນາມ - ảnh 1ລະບົບນິເວດຮອບດ້ານ Unicorn Ultra (U2U) ຂອງ ຫວຽດນາມ ໄດ້ເປີດຫ້ອງການຜູ້ຕາງໜ້າຢູ່ ກຳປູເຈຍ
(ພາບ: TTXVN)

        ວັນທີ 20 ພະຈິກ, ຢູ່ນະຄອນຫຼວງ ພະນົມເປັນ, ປະເທດ ກຳປູເຈຍ, ລະບົບນິເວດຮອບດ້ານ Unicorn Ultra (U2U) ຂອງ ຫວຽດນາມ ໄດ້ເປີດຫ້ອງການຜູ້ຕາງໜ້າຢູ່ ກຳປູເຈຍ ເພື່ອແນະນຳ, ສ້າງ ແລະ ພັດທະນາບັນດາຜະລິດຕະພັນນຳໃຊ້ເຕັກໂນໂລຊີ blockchain, ປັນຍາປະດິດ (AI) ແລະ ແຫຼ່ງຂໍ້ມູນໃຫຍ່ (Big data). ກ່າວຄຳເຫັນທີ່ເຫດການ, ທ່ານ ເຈິ່ນດຶກວິງ, ຜູ້ຮ່ວມກໍ່ຕັ້ງ Unicorn Ultra, ໃຫ້ຮູ້ວ່າ, ນີ້ແມ່ນຂີດໝາຍການມີໜ້າ ແລະ ຄຳໝັ້ນສັນຍາຂອງ U2U ສຳລັບລູກຄ້າ ແລະ ຄູ່ຮ່ວມມືຢູ່ ກຳປູເຈຍ ກໍຄືຢູ່ພາກພື້ນ. ທ່ານໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, U2U ຈະສືບຕໍ່ມານະພະຍາຍາມເພື່ອນຳມາເຊິ່ງແນວຄວາມຄິດປະດິດຄິດສ້າງ, ຜະລິດຕະພັນ ແລະ ການບໍລິການທີ່ມີຄຸນນະພາບສູງໃນພື້ນຖານເຕັກໂນໂລຊີ blockchain.

ຕອບກັບ

ຂ່າວ/ບົດ​ອື່ນ