ຕຳຫລວດ​ໄທ​ກຳນົດ​ບັດ​ດາ​ເຫດ​ວາງ​ລະ​ເບີດ​ຢູ່​ພາກ​ໃຕ້​ທີ່​ກ່ຽວຂ້ອງ​ເຖິງ​ພວກ​ກະບົດ​ອິດສະ​ລາມ

ຕຳຫລວດ​ໄທ​ກຳນົດ​ບັດ​ດາ​ເຫດ​ວາງ​ລະ​ເບີດ​ຢູ່​ພາກ​ໃຕ້​ທີ່​ກ່ຽວຂ້ອງ​ເຖິງ​ພວກ​ກະບົດ​ອິດສະ​ລາມ - ảnh 1
(ພາບປະກອບ)

(vovworld) – ​ ​ ວັນ​ທີ 29/08 ຕຳຫລວດ ​ໄທ ​ໃຫ້​ຮູ້​ວ່າ: ບັນດາຕົວ​ການ​ໃນ​ເຫດ​ວາງ​ລະ​ເບີດ​ຕ່າງໆ​ຢູ່​ບັນດາ​ເທດສະບານ​ເມືອງ​ທ່ອງ​ທ່ຽວ​ມໍ່ໆ​ມາ​ນີ້ ທີ່​ກ່ຽວ​ຂ້ອງ​ເຖິງພວກ​ສ່ວນ ອິດສະ​ລາມລຸກ​ຮື້​ຂຶ້ນ​ຢູ່​ພາກ​ໃຕ້​ປະ​ເທດ​ນີ້. ນີ້​​ແມ່ນ​ຄັ້ງ​ທຳ​ອິດ ​ທີ່ເຈົ້າ​ໜ້າ​ທີ່ ​ໄທ ຢືນຢັນ​​ເຖິງການ​ກ່ຽວ​ຂ້ອງ​ລະຫວ່າງ​ບັນດາ​ເຫດ​ວາງ​ລະ​ເບີດ​ນີ້ ກັບພວກ​ສ່ວນ​ອິດສະ​ລາມ​ລຸກ​ຮື້​ຂຶ້ນ​ ທີ່​ພວມ​ເຄື່ອນ​ໄຫວ​ຢູ່​ພາກ​ໃຕ້​ປະ​ເທດ​ນີ້. ປະຈຸ​ບັນ ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ ຍອມຮັບ​ໄດ້​ດຳ​ເນີນ​ບັນດາ​ເຫດ​ວາງ​ລະ​ເບີດ​ທີ່ເລັ່ງ​ໃສ່ບັນດາ​ເຂດພັກຜ່ອນ​ບຳລຸງ ສຸຂະພາບ​ທີ່ລື​ຊື່ີທາ​ງພາກ​ໃຕ້ ​ໄທ ​ໃນ​ວັນ​ທີ 11 – 12/08 ຜ່ານ​ມາ. ​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິດ ​ແລະ ນັບສິບ​ຄົນ​ຮັບ​ບາດ​ເຈັບ, ​ໃນ​ນັ້ນ ມີ​ແຂ​ກທ່ອງ​ທ່ຽວ ​ເອີ​ລົບ. ມາ​ຮອດປະຈຸ​ບັນ ສານ​ທະຫານ​ ​ໄທ ​ອອກ​ຄຳ​ສັ່ງຊອກ​ຈັບ​ຕົວ​ການ 3 ຄົນ​ທີ່ຖື​ສາສະໜາອິດສະ​ລາມ​ຢູ່​ພາກ​ໃຕ້ ​ເຊິ່ງ​ຖືກສົງ​ໄສວ່າ ມີ​ສ່ວນ​ກ່ຽວຂ້ອງ​ເຖິງ​ບັນດາ​ເຫດ​ວາງ​ລະ​ເບີດ​ດັ່ງ​ກ່າວ. ຮອງ​ໂຄສົກ​ຕຳຫລວດ​ແຫ່ງ​ຊາດ ທ່ານພັນ​ເອກ ​ກ​ຮິດນາ ພັດທະນາ​ຈະ​ເລີ​ນ ໃຫ້​ຮູ້​ວ່າ: ບັນດາ​ຕົວ​ການ​ດັ່ງກ່າວ ລ້ວນ​ແຕ່​ກ່ຽວຂ້ອງ​ເຖິງ​ພາກສ່ວນ​ລຸກ​ຮື້​ຂຶ້ນ​ຢູ່​ພາກ​ໃຕ້.



ຂ່າວ/ບົດ​ອື່ນ