ຜູ້ຖືກສົງໄສວາງລະເບີດຢູ່ໄທຖືກຈັບຢູ່ຊາຍແດນກຳປູເຈຍ
(ພາບ: AFP)
(vovworld) - ວັນທີ 15/9, ຜູ້ບັນຊາການຕຳຫຼວດແຫ່ງຊາດໄທ ສົມຢົດ ພູມຜັນມວງ ໄດ້ກ່າວຫາປະຊາຄົມຊາວ ຈາວອຸຍກູ ຢູ່ຈີນ ທີ່ໄດ້ກ່ຽວຂ້ອງເຖິງເຫດວາງລະເບີດຢູ່ນະຄອນຫຼວງບາງກອກ. ນີ້ແມ່ນເທື່ອທຳອິດທີ່ຫົວໜ້າກຳລັງຕຳຫຼວດໄທກ່າວຫາປະຊາຄົມຊາວເຜົ່າສ່ວນໜ້ອຍນີ້ກ່ຽວຂ້ອງເຖິງເຫດວາງລະເບີດເມື່ອວັນທີ 17/8, ເຮັດໃຫ້ 20 ຄົນເສຍຊີວິດ. ກ່າວຄວາມເຫັນກັບວົງການນັກຂ່າວ, ເມື່ອອະທິບາຍກ່ຽວກັບສາຍເຫດຂອງການວາງລະເບີດ, ທ່ານ ສົມຢົດ ພູມຜັນມວງ ໃຫ້ຮູ້ວ່າ, ກຸ່ມການຄ້າມະນຸດ, ທີ່ເຄີຍນຳຄົນ ຈາວອຸຍກູ ຈາກປະເທດນີ້ໄປຍັງປະເທດອື່ນ, ອາດຈະປະຕິບັດການວາງລະເບີດເພື່ອແກ້ແຄ້ນບັ້ນກວາດລ້າງທຳລາຍ ແລະ ສະກັດກັ້ນຂອງຕຳຫຼວດໄທ ທີ່ເລັ່ງໃສ່ການເຄື່ອນໄຫວຄ້າມະນຸດຂອງພວກເຂົາ.