ຖັນແຖວນັກທຸລະກິດນັບມື້ນັບປະກອບສ່ວນເຂົ້າໃນວິວັດການພັດທະນາ ປະເທດຊາດຫຼາຍກວ່າ

(VOVWORLD) - ປະຈຸບັນ, ຂອບຂະໜາດ GDP ຂອງ ຫວຽດນາມ ແມ່ນນອນໃນ Top 40 ຂອງໂລກ, ຂອບເຂດການຄ້າສາກົນນອນໃນ Top 20 ຂອງໂລກ
ຖັນແຖວນັກທຸລະກິດນັບມື້ນັບປະກອບສ່ວນເຂົ້າໃນວິວັດການພັດທະນາ ປະເທດຊາດຫຼາຍກວ່າ - ảnh 1(ທ່ານ ຟ້າມເຕິນກົງ, ປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ)

          ເນື່ອງໃນໂອກາດສະເຫຼີມສະຫຼອງວັນນັກທຸລະກິດ ຫວຽດນາມ 13 ຕຸລາ, ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໄດ້ສົມທົບກັບ ສະມາຄົມວິສາຫະກິດຂະໜາດນ້ອຍ ແລະ ກາງ ຫວຽດນາມ ຈັດກອງປະຊຸມທົ່ວປະເທດບັນດາສະມາຄົມ ວິສາຫະກິດ ແລະ ວົງການນັກທຸລະກິດ ຫວຽດນາມ.

     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຟ້າມເຕິນກົງ, ປະທານສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ໃຫ້ຮູ້ວ່າ, ປະຈຸບັນ, ຂອບຂະໜາດ GDP ຂອງ ຫວຽດນາມ ແມ່ນນອນໃນ Top 40 ຂອງໂລກ, ຂອບເຂດການຄ້າສາກົນນອນໃນ Top 20 ຂອງໂລກ, ບັນດາຜະລິດຕະພັນຂອງ ຫວຽດນາມ ບືນຕົວອອກສູ່ຕະຫຼາດທົ່ວໂລກດ້ວຍຄວາມເອກອ້າງທະນົງໃຈ, ພ້ອມທັງຕອບສະໜອງບັນດາຄວາມຕ້ອງການ ພາຍໃນປະເທດໄດ້ເປັນຢ່າງດີ. ທ່ານປະທານ VCCI ຟ້າມເຕິນກົງ, ເນັ້ນໜັກວ່າ:

“ວິສາຫະກິດແມ່ນກຳລັງຫຼັກແຫຼ່ງໃນການສ້າງເສດຖະກິດ, ສ່ວນນັກທຸລະກິດແມ່ນກຳລັງຕົ້ນຕໍສວມບົດບາດ ນຳພາ, ຄຸ້ມຄອງ, ບໍລິຫານຖັນແຖວນັກທຸລະກິດຂອງປະເທດຊາດ. ຖ້າຫາກໄລ່ບັນດານັກທຸລະກິດ, ຄອບຄົວດຳເນີນທຸລະກິດສ່ວນບຸກຄົນທັງໝົດນັ້ນ, ຈໍານວນນັກທຸລະກິດໃນທົ່ວປະເທດອາດບັນລຸ 10 ລ້ານຄົນ. ນີ້ແມ່ນແຫຼ່ງຊັບພະຍາກອນພິເສດຂອງປະເທດຊາດ, ສວມບົດບາດສຳຄັນໃນການປະຕິບັດວິວັດການ ຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝ, ສ້າງພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ ແລະ ການເຊື່ອມໂຍງຂອງ ຫວຽດນາມໃນໄລຍະໃໝ່.

          ທີ່ກອງປະຊຸມ, ການນຳບັນດາສະມາຄົມວິສາຫະກິດ ແລະ ນັກທຸລະກິດ ໄດ້ປຶກສາຫາລືບັນດາບັນຫາ, ຄື: ວຽກກງານສ້າງສະມາຄົມນັກທຸລະກິດໃຫ້ເຂັ້ມແຂງ; ເຊື່ອມຕໍ່, ຮ່ວມມືລະຫວ່າງບັນດາສະມາຄົມ ແລະ ລະຫວ່າງວິສາຫະກິດ ຫວຽດນາມ; ພັດທະນານັກທຸລະກິດ, ວິສາຫະກິດ ແລະ ເສດຖະກິດຂອງປະເທດຊາດ...

ຕອບກັບ

ຂ່າວ/ບົດ​ອື່ນ