ທັງລະບົບການເມືອງ ຈະເຮັດຈົນສຸດຄວາມ ສາມາດຂອງຕົນເພື່ອພັດທະນາການສຶກສາ

ທັງລະບົບການເມືອງ ຈະເຮັດຈົນສຸດຄວາມ ສາມາດຂອງຕົນເພື່ອພັດທະນາການສຶກສາ - ảnh 1
ພິທີ​ຍ້ອງຍໍ​ນັກຮຽນ​ຍາດ​ໄດ້​ລາງວັນ Olympic ສາກົນ ​
ແລະ ເສັງຈົບມະຫາວິທະຍາໄລປີ 2013
(ພາບ: chinhphu.vn)


(vovworld) - ກ່າວ​ຄຳ​ເຫັນ​ທີ່​ພິທີ​ຍ້ອງຍໍ​ນັກຮຽນ​ຍາດ​ໄດ້​ລາງວັນ Olympic ສາກົນ ​ແລະ ເສັງຈົບມະຫາວິທະຍາໄລປີ 2013 ​ໄດ້​ທີ່​ໜຶ່ງ, ເຊິ່ງດຳເນີນ​​ໃນຕອນຄໍ່າວັນທີ 02 ຕຸລາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ​ໄດ້​ເນັ້ນ​ໜັກວ່າ ​ການ​ພັດທະນາ​ຂອງ​ຊາດ​ໜຶ່ງ, ປະ​ເທດ​ໜຶ່ງ​ແມ່ນອິ່​ງ​ໃສ່​​ລະດັບ​ຄວາມ​ຮູ້ ​ແລະ ການ​ກະທຳ​ທີ່​ຖືກ​ຕ້ອງ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມມານະພະຍາຍາມ​ປືນຕົວ​ຂຶ້ນ​ຍາດ​ໄດ້​ຜົນງານ​ສູງກ່ຽວ​ກັບ​ພູມ​ປັນຍາ ​ແລະ ​ຫົວຄິດ​ປະດິດ​ສ້າງ​​ໃນ​ຂົງ​ເຂດ​ວິທະຍາສາດ ​ເຕັກ​ໂນ​ໂລ​ຊີ. ທ່ານ​ນາຍົກລັດຖະມົນຕີ ຊີ້​ແຈ້ງວ່າ, ພັກ, ລັດ ​ແລະ ທັງ​ລະບົບ​ການ​ເມືອງ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ພັດທະນາ​ພາລະກິດ​ການ​ສຶກສາ​ບຳລຸງ​ສ້າງຢ່າງ​ວ່ອງ​ໄວ, ຮອບ​ດ້ານ ​ເພາະວ່າ​ນີ້ເປັນ​ຂອດບຸກທະລຸຍຸດ​ທະ​ສາດ​ສ້າງສາ ​ແລະ ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        “​ໃນ​ຊຸມ​ມື​ນີ້, ກອງ​ປະຊຸມ​ຄັ້ງ​ທີ 8, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ພວມ​ຊຸມ​ໃສ່​ປຶກສາ​ຫາລື​ແຜນຮ່າງ “ປ່ຽນ​ໃໝ່​ການ​ສຶກສາ ​ແລະ ບຳລຸງ​ສ້າງເປັນພື້ນຖານ, ຮອບດ້ານ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ຫັນປະ​ເທດ​ຊາດ​ເປັນປະ​ເທດອຸດສາຫະກຳ ​ແລະ ທັນ​ສະ​ໄໝ ​ໃນ​ເງື່ອນ​ໄຂ​ເສດຖະກິດ​ການ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”. ພວກ​ຂ້າພະ​ເຈົ້າ​ຕ້ອງ​ປ່ຽນ​ໃໝ່​ຈີ​ນຕະນາ​ການ​ສຶກສາ, ປ່ຽນ​ໃໝ່​ການ​ຄຸ້ມ​ຄອງ​ດ້ານ​ການ​ສຶກສາ ​ເພື່ອ​ບຳລຸງ​ສ້າງ​ຊາວ​ຫວຽດນາມ ​ໃຫ​້ພັດທະນາ​ຢ່າງຮອບ​ດ້ານ. ລະບົບ​ສຶກສາ​ຕ້ອງ​ໄດ້​ຫັນ​ເປັນ​ມາດຖານທັນ​ສະ​ໄໝ, ຫັນ​ເປັນ​ສັງຄົມ, ປະຊາທິປະ​ໄຕ, ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ; ຕາມທິດ​ສັງຄົມ​ນິຍົມ ​ແລະ ​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີສັນ​ຊາດ​ຫວຽດນາມ.”

        ທີ່​ພິທີ, ທ່ານ​ນາຍົກລັດຖະມົນ​ຕີ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ຂອງ​ປະທານ​ປະ​ເທດ ​ແລະ ​ໃບ​ຍ້ອງຍໍ​ຂອງ​​ນາຍົກລັດຖະມົນຕີໃຫ້​ແກ່​ນ້ອງ ​ໂຫງ​ຟີ​ລອງ ຢູ່​ແຂວງ​ເຊີນ​ລາ ​ເຊິ່ງ​ຍາດ​ໄດ​້ຫຼຽນ​ຄຳ Olympic ​ໃນ 2 ປີ​ຢ່າງລຽນ​ຕິດ ລະ​ດັບພາກ​ພື້ນ ​ແລະ ສາກົນ.
ຂ່າວ/ບົດ​ອື່ນ