ທູດ​ພິ​ເສດ​ຂອງ ອາ​ເມ​ລິ​ກາ ໄປ​ຍັງ ສ.ເກົາຫຼີ ເພື່​ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ

(VOVWORLD) -ທູດພິເສດ ອາເມລິກາ ກໍ່ຈະດຳເນີນການພົບປະກັບເຈົ້າໜ້າທີ່ໃນກຸ່ມມອບຮັບໜ້າທ່ີຂອງທ່ານ Yoon Suk – yeol ຜູ້ທີ່ໄດ້ຮັບດຳລົງຕຳແໜ່ງເປັນປະທານາທາບໍດີ ສ.ເກົາຫຼີ ຄົນໃໝ່ ເພື່ອປຶກສາຫາລືກ່ຽວກັບການສົມທົບບັນດານະໂຍບາຍທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ.
ທູດ​ພິ​ເສດ​ຂອງ ອາ​ເມ​ລິ​ກາ ໄປ​ຍັງ ສ.ເກົາຫຼີ ເພື່​ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Sung Kim ທູດພິເສດຂອງ ອາເມລິກາ ກ່ຽວກັບ ບັນຫາ ສປປ.ເກົາຫຼີ  (ພາບ:  Reuters)

ວັນທີ 17 ເມສາ, ທ່ານ Sung Kim ທູດພິເສດຂອງ ອາເມລິກາ ກ່ຽວກັບບັນຫາ ສປປ.ເກົາຫຼີ ໄດ້ໄປເຖິງ ເຊີອູນ ເພື່ອເຈລະຈາກັບຄູ່ຕຳແໜ່ງ ສ.ເກົາຫຼີ ແລະ ບັນດາເຈົ້າໜ້າທີ່ຕ່າງໆກ່ຽວກັບເຫດຍິງລູກສອນໄຟ ຫວ່າງມໍ່ໆມານີ້ ກໍ່ຄືການກະທຳຕ່າງໆຂອງ ສປປ.ເກົາຫຼີ. ທ່ານ Sung Kim ໄດ້ຂຶ້ນແຜນພ້ອມກັບທ່ານຮອງທູດພິເສດ Jung Park ປະຕິບັດການຢ້ຽມຢາມ ສ.ເກົາຫຼີ ເປັນເວລາ 5 ວັນ ໃນສະພາບການຄວາມເຄັ່ງຕຶງເພີ່ມຂຶ້ນພາຍຫຼັງ ສປປ.ເກົາຫຼີ ດຳເນີນເຫດຍິງທົດລອງອາວຸດນຳວິຖີຍຸດທະວິທີໃໝ່ ໃນທ້າຍອາທິດຜ່ານມາ. ວົງການນັກໄຈ້ແຍກໄດ້ໃຫ້ຂໍ້ສັງເກດວ່າ ເລື່ອງ ສປປ.ເກົາຫຼີ ປະຕິບັດການກະທຳທີ່ຄ້າຍຄືກັນ, ໃນນັ້ນມີການທົດລອງນິວເຄຼຍ ແມ່ນອາດຈະເປັນໄປ ໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ສປປ.ເກົາຫຼີ ໃນວັນທີ 25 ເມສາຈະມາເຖິງ.

        ຕາມແຜນການແລ້ວ, ໃນເວລາຢ້ຽມຢາມ ສ.ເກົາຫຼີ, ທ່ານ Sung Kim ຈະມີການເຈລະຈາກັບ ຄູ່ຕຳແໜ່ງ Noh – Kyu –Dukk. ທູດພິເສດ ອາເມລິກາ ກໍ່ຈະດຳເນີນການພົບປະກັບເຈົ້າໜ້າທີ່ໃນກຸ່ມມອບຮັບໜ້າທ່ີຂອງທ່ານ Yoon Suk – yeol ຜູ້ທີ່ໄດ້ຮັບດຳລົງຕຳແໜ່ງເປັນປະທານາທາບໍດີ ສ.ເກົາຫຼີ ຄົນໃໝ່ ເພື່ອປຶກສາຫາລືກ່ຽວກັບການສົມທົບບັນດານະໂຍບາຍທີ່ກ່ຽວຂ້ອງເຖິງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ