ທູດ​ພິ​ເສດຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ ຕີລ​າ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕ​ກ

(VOVWORLD) -ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນວ່າ ເຖິງວ່າສົງຄາມຢູ່ຫວຽດນາມໄດ້ຢຸດຕິມາຫຼາຍປີແລ້ວກໍ່ຕາມ ແຕ່ລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຫວຽດນາມ ຫຼັງສົງຄາມຍັງກໍ່ຜົນຮ້າຍຢ້ອນຫຼັງຢ່າງໃຫຍ່ຫຼວງມາຮອດປັດຈຸບັນ. 
ທູດ​ພິ​ເສດຂອງ​ສົນ​ທິ​ສັນ​ຍາ​ສາ​ກົນ ຕີລ​າ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕ​ກ - ảnh 1  ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ແລະ ທ່ານ Mired Raah Zeid Al-Hussein,  ທູດພິເສດຂອງສົນທິສັນຍາສາກົນຮັບຜິດຊອບກ່ຽວກັບການຫ້າມຖີ້ມລະເບີດສັງຫານ (ສົນທິສັນຍາ Ottawa) (ພາບ: TTXVN)

ໃນວັນທີ 6 ເມສາ,  ທີ່ການເຮັດວຽກກັບທ່ານ Mired Raah Zeid Al-Hussein, ສະເດັດເຈົ້າ ຈໍແດນ, ທູດພິເສດຂອງສົນທິສັນຍາສາກົນຮັບຜິດຊອບກ່ຽວກັບການຫ້າມຖີ້ມລະເບີດສັງຫານ (ສົນທິສັນຍາ Ottawa) ນິວຢອກ, ອາເມລິກາ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢັ້ງຢືນວ່າ: ຫວຽດນາມມີຄວາມເຄົາລົບນັບຖືຕໍ່ການຊ່ວຍເຫຼືອອັນລ້ຳຄ່າໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກລະເບີດບໍ່ທັນແຕກຂອງຄູ່ຮ່ວມມືສາກົນຕ່າງໆ ທີ່ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ.

ທີ່ການເຮັດວຽກ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ແບ່ງປັນວ່າ ເຖິງວ່າສົງຄາມຢູ່ຫວຽດນາມໄດ້ຢຸດຕິມາຫຼາຍປີແລ້ວກໍ່ຕາມ ແຕ່ລູກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ຫວຽດນາມ ຫຼັງສົງຄາມຍັງກໍ່ຜົນຮ້າຍຢ້ອນຫຼັງຢ່າງໃຫຍ່ຫຼວງມາຮອດປັດຈຸບັນ. ຊຸມປີຜ່ານມາ, ຍາມໃດ ພັກ, ລັດ, ລັດຖະບານ ຫວຽດນາມ ກໍ່ເອົາໃຈໃສ່ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໃນນັ້ນມີບັນຫາ ລູກລະເບີດບໍ່ທັນແຕກ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ. ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ ໄດ້ຢັ້ງຢືນວ່າ: ຫວຽດນາມ ຈະແບ່ງປັນຄວາມມານະພະຍາຍາມລວມຂອງສາກົນ ແລະ ທູດພິເສດ ໃນຂົງເຂດນີ້; ສະໜັບສະໜູນຫຼາຍເນື້ອໃນສຳຄັນແລະ ແງ່ມູນດ້ານມະນຸດສະທຳໃນສົນທິສັນຍາທີ່ກ່ຽວຂ້ອງ, ໃນນັ້ນມີສົນທິສັນຍາ Ottawa, ພ້ອມກັນນັ້ນ ຫວຽດນາມ ຍາມໃດກໍ່ຕັ້ງໜ້າຊຸກຍູ້ການຮ່ວມມືສາກົນໃນຂົງເຂດນີ້, ຜ່ານຊ່ອງທາງສອງຝ່າຍ ແລະ ຫຼາຍຝ່າຍ.

ສ່ວນທ່ານ Mired Raah Zeid Al-Hussein ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງ ຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ ກໍ່ຄືຕັ້ງໜ້າເຂົ້າຮ່ວມການຮ່ວມມືສາກົນ ໃນຂົງເຂດນີ້. ທ່ານກໍ່ສະແດງຄວາມພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມໃຫ້ຫຼາຍກ່ວາອີກ ໃນການຊຸກຍູ້ການກວດທຳລາຍລະເບີດບໍ່ທັນແຕກ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ພ້ອມທັງຫວັງວ່າ ຫວຽດນາມ ຈະສືບຕໍ່ປະກອບທັດສະນະເພື່ອແນໃສ່ຍົກສູງຄວາມສົນໃຈຂອງສາກົນ, ແບ່ງປັນບົດຮຽນປະສົບການ ແລະ ພຶດຕິກຳຕົວຈິງອັນລ້ຳຄ່າຂອງ ຫວຽດນາມ ໃນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກ.

ຕອບກັບ

ຂ່າວ/ບົດ​ອື່ນ