(ພາບ:tienphong.vn)
(TTX)- ວັນທີ 15/10, ທູດພິເສດລວມຂອງ ສປຊ ແລະ ສະຫະພາບອາຣັບ ຢູ່ຊີຣີ, ທ່ານ Lakhdar Brahim ໄດ້ຮຽກຮ້ອງໃຫ້ມີຂໍ້ຕົກລົງກ່ຽວກັບການຢຸດຍິງຢູ່ຊີຣີ ໃນໄລຍະດຳເນີນງານບຸນ Eid al-Adha ຂອງຊາວມຸດສະລິມໃນທ້ານເດືອຍນີ້. ງານບຸນດັ່ງກ່າວເປັນຂີດໝາຍຂອງຂະບວນການສະແຫວງບຸນປະຈຳປີຂອງຊາວມຸດສະລິມ. ທ່ານ Brahim ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວ ພາຍຫຼັງໄດ້ໄປຢ້ຽມຢາມອີຣັກ ແລະ ອີຣານ ເພື່ອແນໃສ່ຊອກຫາມາດຕະການໃຫ້ແກ່ບັນຫາຊີຣີ, ຂະນະທີ່ການໃຊ້ຄວາມຮຸນແຮງຢູ່ປະເທດນີ້ໃນເວລາ 20 ເດືອນໄດ້ເຮັດໃຫ້ປະຊາຊົນປະມານ 33.000 ຄົນເສຍຊີວິດ. ປະຈຸບັນ, ທ່ານ Brahim ພວມຊັ່ງຊາອະນຸຍາດໃຫ້ສົ່ງກຳລັງປົກປັກຮັກສາສັນຕິພາບໄປຍັງຊີຣີ ຖ້າຫາກວ່າຂໍ້ຕົກລົງກ່ຽວກັບດ້ານການເມືອງໄດ້ຮັບການຮັບຮອງເອົາ.