ທຶນODAຂອງແດນມາກ ສະຫງວນໃຫ້ຫວຽດນາມ ປະກອບສ່ວນສຳຄັນເຂົ້າ ໃນການພັດທະນາເສດຖະກິດສັງຄົມ
(ພາບ: http://nguyentandung.org )
(vovworld)- ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ທີ່ການຕ້ອນຮັບທ່ານ John Nielsen ເອກອັກຄະລັດຖະທູດແດນມາກ ປະຈຳຫວຽດນາມ ໃນຕອນເຊົ້າວັນທີ 30/12 ຢູ່ຮ່າໂນ້ຍ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ: ສະພາແຫ່ງຊາດ, ປຊຊ ຫວຽດນາມ ຍາມໃດກໍ່ຈົດຈຳ ແລະ ຂອບອົກຂອບໃຈການສະໜັບສະໜູນອັນລ້ຳຄ່າ ແລະ ສຳຄັນຊື່ງແດນມາກ ສະຫງວນໃຫ້ແກ່ຫວຽດນາມ ໃນໄລຍະຜ່ານມາ. ຫວຽດນາມ ໄດ້ນຳໃຊ້ແຫຼ່ງນທຶນຊ່ວຍເຫຼືອ ODA ທີ່ໃຫ່ຍຫຼວງ ແລະ ຕໍ່ເນື່ອງຂອງແດນມາກ ມີປະສິດທິຜົນທີ່ສຸດ.
ສ່ວນທ່ານ John Nielsen ເອກອັກຄະລັດຖະທູດແດນມາກ ປະຈຳຫວຽດນາມ ສະແດງຄວາມປະທັບໃຈຕໍ່ການພັດທະນາເສດຖະກິດສັງຄົມຂອງຫວຽດນາມ ໃນໄລຍະຜ່ານມາ, ໂດຍສະເພາະແມ່ນບັນດາການປ່ຽນໃໝ່ໃນການເຄື່ອນໄຫວຂອງສະພາແຫ່ງຊາດຫວຽດນາມ, ບັນດານະໂຍບາຍດຶງດູດເງິນລົງທຶນໂດຍຜ່ານການປັບປຸງກົດໝາຍ. ທ່ານເອກອັກຄະລັດຖະທູດ John Nielsen ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ແດນມາກຈະສືບຕໍ່ສະໜອງແຫຼ່ງທຶນ ODA ໃຫ້ແກ່ຫວຽດນາມ, ພ້ອມທັງເອົາໃຈໃສ່ເຖິງບັນດາຂົງເຂດການປ່ຽນແປງຂອງດິນຟ້າອາກາດ, ວັດທະນະທຳການສຶກສາ./.