ທິມ​ກະ​ຕໍ້​ຫວາຍຍິງ​ແຫ່ງ​ຊາດ ຫວຽດ​ນາມ ຄວ້າ​ໄດ້​ຫຼຽນ​ຄຳ ຫຼຽນທີ 2 ມາ​ໃຫ້​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ໃນ ASIAD 19

(VOVWORLD) -  ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ ອິນໂດເນເຊຍ ໃນຮອບຊິງຊະນະເລີດ ດ້ວຍລາຍການ ຍິງ 4 ຄົນ, ໃນຕອນເຊົ້າວັນທີ 04 ຕຸລາ. ໃນລາຍການນີ້, ທິມນັກກິລາກະຕໍ້ຫວາຍແຫ່ງຊາດ ຫວຽດນາມ ພວມເປັນຄອງແຊັມໂລກ.
ທິມ​ກະ​ຕໍ້​ຫວາຍຍິງ​ແຫ່ງ​ຊາດ ຫວຽດ​ນາມ ຄວ້າ​ໄດ້​ຫຼຽນ​ຄຳ ຫຼຽນທີ 2 ມາ​ໃຫ້​ຄະ​ນະ​ນັກ​ກິ​ລາ ຫວຽດ​ນາມ ໃນ ASIAD 19 - ảnh 1ຄວາມມ່ວນຊື່ນຂອງບັນດານັກກິລາ ຫວຽດນາມ ເມື່ອຍາດໄດ້ໄຊຊະນະ (ພາບ: TTXVN)

ພາຍຫຼັງລໍຄອຍມາເປັນເວລາ 6 ວັນ, ສຸດທ້າຍຜູ້ນິຍົມກິລາ ຫວຽດນາມ ກໍໄດ້ເຫັນປະຈັກຕາຄະນະນັກກິລາຂອງປະເທດຕົນຄວ້າໄດ້ຫຼຽນຄຳອີກ 1 ຫຼຽນ ໃນງານມະຫາກຳກິລາ ອາຊີ ຄັ້ງທີ 19 (ASIAD 19)  ເຊິ່ງພວມດຳເນີນຢູ່ ຫາງຈູ, ປະເທດ ຈີນ.

        ຫຼຽນຄຳຫຼຽນທີ 2 ນີ້ ແມ່ນໄດ້ແກ່ທິມນັກກິລາເຕະກະຕໍ້ຫວາຍຍິງ ຫວຽດນາມ, ພາຍຫຼັງທີ່ເອົາຊະນະຕໍ່ທິມຊາດ ອິນໂດເນເຊຍ ໃນຮອບຊິງຊະນະເລີດ ດ້ວຍລາຍການ ຍິງ 4 ຄົນ, ໃນຕອນເຊົ້າວັນທີ 04 ຕຸລາ. ໃນລາຍການນີ້, ທິມນັກກິລາກະຕໍ້ຫວາຍແຫ່ງຊາດ ຫວຽດນາມ ພວມເປັນຄອງແຊັມໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ