ທິມບານເຕະ U23 ຫວຽດນາມ ບັນລຸຜົນງານທີ່ດີໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້

(VOVWORLD) - ຕອນບ່າຍວັນທີ 20 ສິງຫາ, ຢູ່ແຂວງ ລະຢອງ, ປະເທດ ໄທ, ທິມບານເຕະ U23 ຫວຽດນາມ ໄຊຊະນະຕໍ່ທິມບານເຕະ U23 ລາວ ໃນນັດທຳອິດຂອງງານແຂ່ງຂັນບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້.
ທິມບານເຕະ U23 ຫວຽດນາມ ບັນລຸຜົນງານທີ່ດີໃນງານແຂ່ງຂັນກິລາບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ - ảnh 1ພາບປະກອບ

ຕອນບ່າຍວັນທີ 20 ສິງຫາ, ຢູ່ແຂວງ ລະຢອງ, ປະເທດ ໄທ, ທິມບານເຕະ U23 ຫວຽດນາມ ໄຊຊະນະຕໍ່ທິມບານເຕະ U23 ລາວ ໃນນັດທຳອິດຂອງງານແຂ່ງຂັນບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້. ດ້ວຍຜົນງານ  4 -1 ປະຕູສຳລັບທິມບານເຕະ U23 ຫວຽດນາມ ແມ່ນຜົນງານເບື້ອງຕົ້ນທີ່ສະດວກ, ສ້າງທ່າໄດ້ປຽບເພື່ອໃຫ້ U23 ຫວຽດນາມ ຍາດໄດ້ຜົນງານຫຼາຍກ່ວາໃນການແຂ່ງຂັນນີ້.

        ສຳລັບໄຊຊະນະນີ້, U23 ຫວຽດນາມ ໄດ້ນຳໜ້າສາຍ C, ໃນນັດແຂ່ງຂັນສຸດທ້າຍ, ທິມບານເຕະ U23 ຫວຽດນາມ ພຽງແຕ່ສະເໝີກັບ ທິມບານເຕະ U23 ຟິລິບປິນ  ກໍ່ຈະສາມາດເຂົ້າແຂ່ງຂັນໃນຮອບຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ