ທິມ​ບານ​ເຕະ​ແຫ່ງ​ຊາດ ຫວຽດ​ນາມ ບໍ່​ໄດ້​ໄປ​ຕໍ່​ໃນການ​ແຂ່ງ​ຂັນ​ໃນ AFF Suzuki Cup 2020

(VOVWORLD) -ພາຍຫຼັງແຂ່ງຂັນສອງນັດໃນຮອບຮອງຊະນະເລີດ, ທິມຊາດ ຫວຽດນາມ ໄດ້ເສຍແກ່ທິມຊາດໄທ 0 ປະຕູຕໍ່ 2 ແລະ ບໍ່ໄດ້ໄປຕໍ່ການແຂ່ງຂັນໃນ AFF Suzuki Cup 2020.
ທິມ​ບານ​ເຕະ​ແຫ່ງ​ຊາດ ຫວຽດ​ນາມ ບໍ່​ໄດ້​ໄປ​ຕໍ່​ໃນການ​ແຂ່ງ​ຂັນ​ໃນ AFF Suzuki Cup 2020 - ảnh 1ທິມຊາດ ຫວຽດນາມ ໄດ້ເສຍແກ່ທິມຊາດໄທ 0 ປະຕູຕໍ່ 2 (ພາບ: Getty Images)

 ຕອນຄ່ຳວັນທີ 26 ທັນວາ, ຢູ່ ສິງກະໂປ, ທິມບານເຕະແຫ່ງຊາດ ຫວຽດນາມ ໄດ້ມີການແຂ່ງຂັນກັບທິມບານເຕະແຫ່ງຊາດ ໄທ ດ້ວຍຜົນສະເໝີ 0 – 0 ໃນຂອບເຂດຮອບຮອງຊະນະເລີດກິລາບານເຕະ ອາຊີຕາເວັນອອກສ່ຽງໃຕ້ ປີ 2020 – AFF Suzuki  Cup 2020. ເປັນອັນວ່າ, ພາຍຫຼັງແຂ່ງຂັນສອງນັດໃນຮອບຮອງຊະນະເລີດ, ທິມຊາດ ຫວຽດນາມ ໄດ້ເສຍແກ່ທິມຊາດໄທ 0 ປະຕູຕໍ່ 2 ແລະ ບໍ່ໄດ້ໄປຕໍ່ການແຂ່ງຂັນໃນ AFF Suzuki Cup 2020. 

        ທິມຊາດ ໄທ ຈະພົບກັບທິມຊາດ ອິນໂດເນເຊຍ ໃນຮອບຊີງຊະນະເລີດ AFF Suzuki Cup 2020.


ຕອບກັບ

ຂ່າວ/ບົດ​ອື່ນ