ທິມບາ​ນ​ເຕະ​ແຫ່ງ​ຊາດ ຫວຽດ​ນາມ ເອົາ​ຊະ​ນະ ທິມ​ ມາ​ເລ​ເຊຍ 3 – 0 ​ຢູ່ AFF Cup 2020

(VOVWORLD) -  ຕອນຄ່ຳວັນທີ 12 ທັນວາ, ຢູ່ສະໜາມກິລາ Bishan, ສິງກະໂປ, ໄດ້ຈັດນັດແຂ່ງຂັນເຕະບານລະຫວ່າງ ທິມຊາດ ຫວຽດນາມ ແລະ ທິມຊາດ ມາເລເຊຍ ໃນຂອບເຂດນັດທີ 2 ຢູ່ສາຍ B, AFF Suzuki Cup 2020.
ທິມບາ​ນ​ເຕະ​ແຫ່ງ​ຊາດ ຫວຽດ​ນາມ ເອົາ​ຊະ​ນະ ທິມ​ ມາ​ເລ​ເຊຍ 3 – 0 ​ຢູ່ AFF Cup 2020 - ảnh 1ນັກເຕະ ກົງເຟືອງ (ພາບ: Getty Images)

ພາຍຫຼັງການແຂ່ງຂັນມາເປັນເວລາກ່ວາ 90 ນາທີ, ທິມຊາດຫວຽດນາມ ສາມາດເອົາຊະນະ 3 – 0, ນັກເຕະ 3 ຄົນຍິງເຂົ້າປະຕູ ແມ່ນ ກວາງຫ໋າຍ, ກົງເຟືອງ ແລະ ຮ່ວາງດຶກ. ນີ້ແມ່ນໄຊຊະນະ ທີ 2 ຂອງທິມຊາດຫວຽດນາມໃນການແຂ່ງຂັນນີ້. ພາຍຫຼັງນັດແຂ່ງຂັນນີ້, ທິມຊາດ ຫວຽດນາມ ຈະພົບກັບທິມຊາດອິນໂດເນເຊຍ ໃນວັນທີ 15 ທັນວາ ຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ