ທົ່ວປວງຊົນເຂົ້າຮ່ວມວຽກງານເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດປີ 1947-ວັນທີ 27 ກໍລະກົດປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີຈົດໝາຍສົ່ງເຖິງບັນດາພະນັກງານ ນັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ບັນດາ ທະຫານເສຍອົງຄະ , ທະຫານເຈັບປວຍ, ຍາດຕິພີນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ.
ທົ່ວປວງຊົນເຂົ້າຮ່ວມວຽກງານເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ - ảnh 1ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ

    ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍເອົາໃຈໃສ່ ຊີ້ນຳນຳພາການປະຕິບັດວຽກງານ ທະຫານເສຍອົງຄະ , ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ ເປັນຢ່າງດີ. ຄະນະພັກ,ອຳນາດການປົກຄອງ, ແນວໂຮມປະເທດຊາດຂັ້ນຕ່າງໆ, ບັນດາອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນໄດ້ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຕອບບຸນແທນຄຸນ, ທົ່ວປວງຊົນເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ ດ້ວຍບັນດາການເຄື່ອນໄຫວລະອຽດ, ແທດຈິງ, ປະຕິບັດວຽກງານທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ແລະ ສາຍຈິດມິດໃຈ. ບັນດາຂະບວນການໄດ້ຮັບການຕອບສະໜອງ ແລະ ເຂົ້າຮ່ວມຈາກທົ່ວສັງຄົມຢ່າງສຸດໃຈ ກາຍເປັນຈຸດຄວາມງາມໃນຊີວິດວັດທະນະທຳ ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຍົກສູງຈິດໃຈຮັກຊາດ, ຄວາມຮັບຜິດຊອບຂອງສັງຄົມ, ປຸກລຸກ ແລະ ເສີມສ້າງບັນດາຄຸນຄ່າ ຮັກແພງມະນຸດດ້ວຍກັນຂອງຊາວຫວຽດນາມແຕ່ລະຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ