( vovworld ) – ຕາມສະຫະສະມາຄົມທັນຍາຫານຫວຽດນາມ (VFA) ແລ້ວ , ໃນເດືອນ 7/2012, ທົ່ວປະເທດໄດ້ສົ່ງອອກເຂົ້າສານຕື່ມອີກເກືອບ 550.000 ໂຕນ, ວົງເງິນສົ່ງອອກບັນລຸກ່ວາ 230 ລ້ານໂດລາສະຫະລັດ, ນຳປະລິມານສົ່ງອອກເຂົ້າສານທັງໝົດແຕ່ຕົ້ນປີມາຮອດປະຈຸບັນບັນລຸເກືອບ 4 ລ້ານໂຕນ, ວົງເງິນສົ່ງອອກບັນລຸ 1,8 ຕື້ໂດລາສະຫະລັດ. ໄລ່ຮອດທ້າຍເດືອນ 7/2012, ຫວຽດນາມ ໄດ້ເຊັນສັນຍາສົ່ງອອກເຂົ້າສານດ້ວຍປະລິມານກ່ວາ 6 ລ້ານໂຕນ, ເພີ່ມ 20% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ຍ້ອນບັນດາວິສາຫະກິດຍູ້ແຮງການເກັບຊື້ເຂົ້າສານສະສົມ ແລະ ການສົ່ງອອກເຂົ້າສານມີຄວາມສະດວກສະບາຍນັ້ນ, ລາຄາເຂົ້າສານແຫ້ງໃນສາງຢູ່ເຂດທົ່ງພຽງແມ່ນ້ຳຂອງສືບຕໍ່ເພີ່ມຂຶ້ນ.