ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ກວ່າ 73,3 ລ້ານຄົນ

(VOVWORLD) -ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 73.777.362 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.640.301  ຄົນ.
ທົ່ວໂລກມີຜູ້ຕິດໂລກລະບາດໂຄວິດ-19 ກວ່າ 73,3 ລ້ານຄົນ - ảnh 1 (ພາບປະກອບ: AP)

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 16 ທັນວາ (ຕາມເວລາ UTC), ທົ່ວໂລກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ລວມທັງໝົດ 73.777.362 ຄົນ, ໃນນັ້ນມີຜູ້ເສຍຊີວິດ 1.640.301  ຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດຈາກ ໂລກລະບາດໂຄວິດ - 19 ດ້ວຍຈຳນວນຜູ້ຕິດເຊື້ອແມ່ນ 17.133.932 ຄົນ ແລະ ມີຜູ້ເສຍຊີວິດ 310.813 ຄົນ. ຖັດຈາກນັ້ນແມ່ນອິນເດຍ ແລະ ບຣາຊິນ.

ເອີລົບ ພວມແມ່ນຈຸດໃຈກາງຂອງໂລກລະບາດໃນທົ່ວໂລກ, ມີຜູ້ຕິດເຊື້ອໂຄວິດ-19 ກວ່າ 22,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກວ່າ 485.400 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ