ທ້ອງ​ຖິ່ນຕ່າງ ກຽມ​ພ້ອມ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -  ວັນທີ 7 ກໍລະກົດ, ການນຳຫຼາຍແຂວງ, ນະຄອນໃນທົ່ວປະເທດ ໄດ້ປະກາດໃຊ້ບັນດາຂໍ້ຕົກລົງເພື່ອແນໃສ່ເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ເພີ່ມທະວີການໂຄສະນາເຜີຍແຜ່ ເພື່ອໃຫ້ປະຊາຊົນໃນບໍລິເວນ ເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ຕົນເອງ ແລະ ຄອບຄົວ.

ທ້ອງ​ຖິ່ນຕ່າງ ກຽມ​ພ້ອມ​ໃຫ້​ແກ່​ບັນ​ດາ​ກໍ​ລະ​ນີ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພະນັກງານການແພດເອົາຕົວຢ່າງຫາເຊື້ອໄວຣັດ SARS - CoV - 2 ຢູ່ສູນການແພດເມືອງ 4, ນະຄອນ ໂຮ່ຈີມິນ

ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ປະກາດໃຊ້ເອກະສານທາງການ ກ່ຽວກັບການເພີ່ມທະວີການຜັນຂະຫຍາຍບັນດາການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການທີ່ມີການຜັນແປໃໝ່. ເອກະສານທາງການໄດ້ຮຽກຮ້ອງໃຫ້ ທຸກຂັ້ນຕ້ອງປະຕິບັດຕາມບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນສະພາບການໃໝ່ຢ່າງເຂັ້ມງວດ, ເພີ່ມທະວີການຄວບຄຸມບັນດາການເຄື່ອນໄຫວຂົນສົ່ງຈາກບັນດາເຂດເກີດໂລກລະບາດ ມາຍັງນະຄອນ, ບັນດາທ້ອງຖິ່ນຕິດຕາມກວດກາ, ຄວບຄຸມຜູ້ທີ່ມາ ຈາກທ້ອງຖິ່ນເກີດໂລກລະບາດໂຄວິດ - 19. ພິເສດແມ່ນໃນເວລາ 18 ໂມງຂອງວັນທີ 7 ກໍລະກົດ, ຮ່າໂນ້ຍ ໄດ້ນຳໃຊ້ບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ສຳລັບທຸກຄົນທີ່ມາຈາກນະຄອນໂຮ່ຈີມິນ ແລະ ບັນດາເຂດເກີດໂລກລະບາດແບບບັງຄັບ ລວມມີ: ປະຕິບັດການແຈ້ງອາການສຸຂະພາບ, ແຍກປ່ຽວຢູ່ບ່ອນພັກ 7 ວັນຢ່າງຖືກຕ້ອງຕາມການແນະນຳຂອງ ກະຊວງສາທາລະນະສຸກ.

ຢູ່ຫ໋າຍຟ່ອງ, ຄະນະປະຊາຊົນນະຄອນຮຽກຮ້ອງທຸກຄົນທີ່ມາຈາກນະຄອນໂຮ່ຈີມິນ ຕ້ອງນຳໃຊ້ມາດຕະການແຍກປ່ຽວລວມໝູ່ 21 ວັນນັບແຕ່ເວລາ 12 ໂມງຂອງວັນທີ 7 ກໍລະກົດ. ທີ່ບັນດາປ້ອມກວດກາຢູ່ປະຕູເຂົ້າອອກຂອງນະຄອນ, ນັບແຕ່ເວລາ 12 ໂມງຂອງວັນທີ 8 ກໍລະກົດ, ອະນຸຍາດໃຫ້ພຽງແຕ່ຄົນທີ່ມີຜົນກວດເປັນລົບກັບເຊື້ອໄວຣັດ SARS - CoV - 2 ພາຍໃນໄລຍະເວລາ 5 ວັນ ໄດ້ເຂົ້ານະຄອນ.

ສ່ວນຢູ່ແຂວງ ຫ໋າຍເຢືອງ ສືບຕໍ່ເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ປະຊາຊົນໃນບໍລິເວນແຂວງ ເປັນເຈົ້າການໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃຫ້ແກ່ຕົນເອງ ແລະ ຄອບຄົວ.

ຕອບກັບ

ຂ່າວ/ບົດ​ອື່ນ