(vovworld)- ວັນທີ 20/11, ແມ່ນວັນຄູແຫ່ງຊາດຫວຽດນາມ, ວັນເຊີດຊູບັນດາຄູອາຈານ, ຜູ້ໄດ້ຮັບຜິດຊອບພາລະກິດສ້າງມະນຸດ.
ສະເຫຼີມສະຫຼອງເຫດການນີ້, ຕອນຄ່ຳວັນທີ 19/11, ຢູ່ຮ່າໂນ້ຍ, ໄດ້ຈັດໃຫ້ມີລາຍການພົບປະແລກປ່ຽນ “ສະແດງຄວາມຮູ້ບຸນຄຸນ“ ເພື່ອແນໃສ່ປຸກລະດົມຖັນແຖວຄູອາຈານທີ່ໄດ້ຕັ້ງໜ້າຮ່ຳຮຽນ, ເຮັດວຽກ, ປະດິດສ້າງ, ຕອບສະໜອງຄວາມຮຽກຮ້ອງປ່ຽນໃໝ່ພື້ນຖານການສຶກສາຫວຽດນາມ ໂດຍພື້ນຖານ, ຮອບດ້ານ ໃນໄລຍະໃໝ່. ກ່າວຄຳເຫັນທີ່ລາຍການ, ທ່ານຫງວຽນວິງຫຽນ, ລັດຖະມົນຕີຊ່ວຍວ່າການກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ເນັ້ນຫນັກວ່າ: ພັກ, ລັດຖະບານຫວຽດນາມ ຍາມໃດກໍ່ກຳນົດວ່າ, ຖັນແຖວຄູອາຈານແມ່ນປັດໄຈຕົ້ນຕໍຕັດສິນຊີ້ຂາດເຖິງຜົນສຳເລັດຂອງການສຶກສາ.
ຢູ່ດັກນົງ, ແຕ່ວັນທີ 15-19/11, ການນຳພັກ ແລະ ອຳນາດການປົກຄອງຂັ້ນຕ່າງໆແຂວງດັກນົງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນ ພະນັກງານ, ພາລະກອນ, ຄູອາຈານພະແນກສຶກສາ ແລະ ບຳລຸງສ້າງ, ຫ້ອງການສຶກສາ ແລະ ບຳລຸງສ້າງເມືອງ-ຕາແສງ-ເທດສະບານເມືອງ, ໂຮງຮຽນຂັ້ນຕ່າງໆໃນທົ່ວແຂວງ; ຈັດການໂອ້ລົມສົນທະນາ, ສ້າງສັນໃນໂອກາດສະເຫຼີມ ສະຫຼອງວັນຄູແຫ່ງຊາດຫວຽດນາມ. ສ່ວນຢູ່ແຂວງຮ່າຕິງ, ໃນຕອນບ່າຍຂອງວັນທີ 19/11, ໄດ້ຈັດງານຊຸມນຸມມິດຕິງສະເຫຼີມສະຫຼອງວັນຄູແຫ່ງຊາດຫວຽດນາມ ແລະ ເຊີດຊູບັນດາຄູອາຈານດີເດັ່ນປີ 2014./.