ທ້ອງ​ຖິ່ນ​ແຫ່ງ​ຕ່າງໆ​ຂອງ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ ແລະ ຄວບຄຸມໂລກລະບາດ COVID-19 ຢ່າງ​ແຮງ

(VOVWORLD) -ຕອນບ່າຍວັນທີ 16 ມີນາ, ຄະນະຊີ້ນຳວຽກງານປ້ອງກັນ ແລະ ຄວບຄຸມໂລກລະບາດ COVID-19 ຂອງນະຄອນຮ່າໂນ້ຍ ໄດ້ຈັດກອງປະຊຸມເພື່ອສືບຕໍ່ຜັນຂະຫຍາຍວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19. 
ທ້ອງ​ຖິ່ນ​ແຫ່ງ​ຕ່າງໆ​ຂອງ​ຫວຽດ​ນາມ ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ ແລະ ຄວບຄຸມໂລກລະບາດ COVID-19 ຢ່າງ​ແຮງ    - ảnh 1 ກອງປະຊຸມຄະນະຊີ້ນຳວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19 ຢູ່ນະຄອນໂຮ່ຈີມິນ (ພາບ: zing)

ຕາມການຕີລາຄາຂອງພະແນກສາທາລະນະສຸກນະຄອນຮ່າໂນ້ຍແລ້ວ, ສະພາບການໂລກລະບາດ COVID-19 ໃນບໍລິເວນນະຄອນ ຍັງຄົງສືບຕໍ່ມີການຜັນແປຢ່າງສັບສົນ. ນະຄອນ ໄດ້ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນແຈ້ງອາການສຸຂະພາບໃນທົ່ວປວງຊົນຕາມການແນະນຳຂອງກະຊວງສາທາລະນະສຸກ; ປະຕິບັດວຽກງານຕິດຕາມກວດກາ, ແຍກຕົວອອກຢູ່ຕ່າງຫາກ, ກວດກາບົ່ງມະຕິພະຍາດສຳລັບບັນດາກໍລະນີຖືກສົງໄສຕິດເຊື້ອໄວຣັດ ແລະ ຕິດພະຍາດດັ່ງກ່າວ ຢ່າງເຂັ້ມງວດ. ຢູ່ພາກກາງ, ກໍສືບຕໍ່ຜັນຂະຫຍາຍຫຼາຍມາດຕະການສະກັດກັ້ນ ແລະ ຕ້ານການແຜ່ລາມຂອງໂລກລະບາດ. ຢູ່ນະຄອນດ່າໜັງໄດ້ເພີ່ມທະວີວຽກງານຄວບຄຸມ, ກວດກາເຊື້ອພະຍາດຢູ່ທາງເຂົ້ານະຄອນ. ສ່ວນຢູ່ແຂວງກວ໋າງນາມ ໄດ້ນຳໃຊ້ເຂດທ່ອງທ່ຽວທະເລລະດັບ 4 ດາວໂຮ້ຍອານ ເປັນເຂດພັກເຊົາຊົ່ວຄາວສຳລັບນັກການທູດ ແລະ ແຂກທ່ອງທ່ຽວສາກົນ.

        ຢູ່ກອງປະຊຸມຄະນະຊີ້ນຳວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ COVID-19, ທ່ານ ຫງວຽນທ້ຽນເຍິນ - ເລຂາຄະນະພັກນະຄອນໂຮ່ຈີມິນ ໃຫ້ຮູ້ວ່າ: ນະຄອນໂຮ່ຈີມິນ ໄດ້ກະກຽມບ່ອນແຍກຕົວອອກຢູ່ຕ່າງຫາກເຊິ່ງສາມາດບັນຈຸໄດ້ 3.000 ຄົນ ແລະ ຈະສືບຕໍ່ເພີ່ມຮາກຖານບ່ອນແຍກຕົວທີ່ສາມາດບັນຈຸກວ່າ 20.000 ຄົນ ຫາກເມື່ອເຊື້ອພະຍາດແຜ່ລະບາດອີກ. ນອກຈາກນັ້ນ, ກໍເພີ່ມທະວີການບຳລຸງສ້າງໃຫ້ແກ່ແພດໝໍ, ພະຍາບານ ແລະ ເພີ່ມປະກອບອຸປະກອນການແພດຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ