ທະ​ນາ​ຄານ ອາ​ເມ​ລິ​ກາ 11 ແຫ່ງ ພ້ອມ​ກັນໜູ​ນ​ຊ່ວຍ First Republic Bank ເພື່ອຫຼີກ​ລ້ຽງ​ການ​ລົ້ມ​ລະ​ລາຍ

(VOVWORLD) -ທ່ານ Jim Herbert ຜູ້ສ້າງຕັ້ງ First Republic Bank ແລະ ທ່ານ Mike Roffler ຜູ້ອຳນວຍກາຍຝ່າຍບໍລິຫານ ໃຫ້ຮູ້ວ່າ ການໜູນຊ່ວຍລວມໝູ່ນີ້ໄດ້ເພີ່ມ ຄວາມສາມາດໃນການຊຳລະຂອງທະນາຄານຂຶ້ນ ແລະ ສ່ອງແສງເຖິງຄວາມເຊື່ອໝັ້ນຕໍ່ກັບ First Republic Bank  ກໍ່ຄືທົ່ວລະບົບທະນາຄານອາເມລິກາ.
ທະ​ນາ​ຄານ ອາ​ເມ​ລິ​ກາ 11 ແຫ່ງ ພ້ອມ​ກັນໜູ​ນ​ຊ່ວຍ First Republic Bank ເພື່ອຫຼີກ​ລ້ຽງ​ການ​ລົ້ມ​ລະ​ລາຍ - ảnh 1ພາບປະກອບ: AFP/TTXVN 

ວັນທີ 16 ມີນາ, ກຸ່ມທະນາຄານໃຫຍ່ທີ່ສຸດຂອງ ອາເມລິກາ 11 ແຫ່ງ, ໃນນັ້ນມີ: Bank of America, Citigroup ແລະ JPMorgan Chase, Wells Fargo, PNC Bank, US Bank… ໄດ້ພ້ອມກັນມີການກະທຳເພື່ອໜູນຊ່ວຍ First Republic Bank ຫຼີກລ້ຽງສະພາບການລົ້ມລະລາຍ, ຜ່ານນັ້ນກໍ່ຫຼຸດຄວາມວິຕົກກັງວົນວ່າ ນີ້ຈະແມ່ນທະນາຄານຕໍ່ໄປທີ່ຈະຖືກລົ້ມລະລາຍຖັດຈາກທະນາຄານ Silicon Valley (SVB) ແລະ Signature Bank (SB). ການກະທຳຂອງບັນດາທະນາຄານ ອາເມລິກາໄດ້ດຳເນີນພາຍຫຼັງ ຫຸ້ນຂອງທະນາຄານ First Republic Bank ໄດ້ຂາຍເລເປັນຈຳນວນຫຼາຍໃນຊຸມວັນທີ່ຜ່ານມາ. ພາຍຫຼັງການກະທຳນີ້, ລາຄາຫຸ້ນຂອງ First Republic Bank ໄດ້ເພີ່ມຂຶ້ນ 10%ກ່ອນເວລາປິດການແລກປ່ຽນຄ້າຂາຍ ໃນວັນທີ 16 ມີນາ.

        ເມື່ອແລກປ່ຽນກັບວົງການນັກຂ່າວ, ທ່ານ Jim Herbert ຜູ້ສ້າງຕັ້ງ First Republic Bank ແລະ ທ່ານ Mike Roffler ຜູ້ອຳນວຍກາຍຝ່າຍບໍລິຫານ ໃຫ້ຮູ້ວ່າ ການໜູນຊ່ວຍລວມໝູ່ນີ້ໄດ້ເພີ່ມ ຄວາມສາມາດໃນການຊຳລະຂອງທະນາຄານຂຶ້ນ ແລະ ສ່ອງແສງເຖິງຄວາມເຊື່ອໝັ້ນຕໍ່ກັບ First Republic Bank  ກໍ່ຄືທົ່ວລະບົບທະນາຄານອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ