ທະ​ນາ​ຄານ​ແຫ່ງ​ລັດ ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້

(VOVWORLD) - ການຫຼຸດຜ່ອນອັດຕາດອກເບ້ຍ 4 ຄັ້ງຕໍ່ເນື່ອງໃນຊຸມເດືອນຜ່ານມາ ແມ່ນບາດກ້າວທີ່ຈຳເປັນເພື່ອເພີ່ມທະວີຄວາມສາມາດເຂົ້າເຖິງເງິນທຶນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫະກິດຕາມການຊີ້ນຳຂອງລັດຖະບາ
ທະ​ນາ​ຄານ​ແຫ່ງ​ລັດ ຮັບ​ປະ​ກັນ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ ແລະ ຄວບ​ຄຸມ​ໄພ​ເງິນ​ເຟີ້ - ảnh 1ສຳນັກງານໃຫຍ່ທະນາຄານແຫ່ງລັດ ຫວຽດນາມ (ພາບ: VGP)

ຕາມບົດລາຍງານກ່ຽວກັບໝາກຜົນການເຄື່ອນໄຫວຂະແໜງທະນາຄານ 6 ເດືອນຕົ້ນປີ ແລະ ຜັນຂະຫຍາຍໜ້າທີ່ 6 ເດືອນທ້າຍປີນີ້ ຂອງທະນາຄານແຫ່ງລັດ, ໄລ່ຮອດທ້າຍເດືອນມິຖຸນາ, ອັດຕາດອກເບ້ຍ ເງິນຝາກ ແລະ ເງິນໃຫ້ກູ້ຢືມໄລ່ສະເລ່ຍ ບັນດາການທຸລະກຳໃໝ່ ດ້ວຍສະກຸນເງິນດົ່ງ ຂອງບັນດາທະນາຄານການຄ້າ ຫຼຸດລົງປະມານ 1%/ປີເມື່ອທຽບໃສ່ກັບທ້າຍປີ 2022. 6 ເດືອນຕົ້ນປີ 2023, ສິນເຊື່ອເພີ່ມຂຶ້ນ 4,73%, ທະນາຄານແຫ່ງລັດ ໄດ້ດັດປັບ ເພີ່ມຄາດໝາຍເຕີບໂຕການສິນເຊື່ອປີນີ້ ໃຫ້ແກ່ບັນດາອົງການສິນເຊື່ອ ດ້ວຍລະດັບວາງອອກມຫ້ທົ່ວລະບົບແມ່ນປະມານ 14%. ທ່ານ ດ່າວມິງຕູ໊ ຮອງຜູ້ວ່າການທະນາຄານແຫ່ງລັດ ໃຫ້ຮູ້ວ່າ:

ໃນຊຸມເດືອນຕົ້ນປີ 2023, ຍ້ອນຜົນກະທົບຈາກຫຼາຍສົ້ນ, ໃນນັ້ນແມ່ນ ປະເທດປະສົບກັບຄວາມຫຍຸ້ງຍາກພາຍຫຼັງພະຍາດໂຄວິດ - 19 , ສະພາບການ ເສດຖະກິດໂລກມີການຜັນແປທີ່ສັບສົນ, ສິນເຊື່ອທະນາຄານກໍ່ໄດ້ຮັບຜົນກະທົບຫຼາຍພໍສົມຄວນ. ເຖິງຢ່າງໃດກໍ່ຕາມ, ທະນາຄານແຫ່ງລັດ ຍັງຮັບປະກັນໄດ້ບັນດາເປົ້າໝາຍໃຫຍ່ນັ້ນແມ່ນຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້ຄືຄວາມຫວັງທີ່ໄດ້ວາງອອກ, ຄ່າສະກຸນເງິນດົ່ງໄດ້ຮັກສາເປັນປົກກະຕິ, ອັດຕາດອກເບ້ຍໄດ້ຮັບການບໍລິຫານຢ່າງຂ້ຽວຂາດ.

ທະນາຄານແຫ່ງລັດ ໃຫ້ຮູ້ວ່າ ການຫຼຸດຜ່ອນອັດຕາດອກເບ້ຍ 4 ຄັ້ງຕໍ່ເນື່ອງໃນຊຸມເດືອນຜ່ານມາ ແມ່ນບາດກ້າວທີ່ຈຳເປັນເພື່ອເພີ່ມທະວີຄວາມສາມາດເຂົ້າເຖິງເງິນທຶນ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ປະຊາຊົນ, ວິສາຫະກິດຕາມການຊີ້ນຳຂອງລັດຖະບານ.

ຕອບກັບ

ຂ່າວ/ບົດ​ອື່ນ