ທະນາຄານໂລກປະຈຳຫວຽດນາມມີຜູ້ອຳນວຍການແຫ່ງຊາດຄົນໃໝ່

ທະນາຄານໂລກປະຈຳຫວຽດນາມມີຜູ້ອຳນວຍການແຫ່ງຊາດຄົນໃໝ່ - ảnh 1
ທ່ານ Ousmane Dione ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ອຳນວຍການ​
ແຫ່ງ​ຊາດ​ທະນາຄານ​ໂລກ​ປະຈຳ ຫວຽດນາມ
(ພາບ: KT)

(vovworld) - ​ ​ ວັນ​ທີ 09/09, ຕາມ​ແຫຼ່ງຂ່າວ​ຈາກ​ທະນາຄານ​ໂລກ (WB) ທ່ານ Ousmane Dione ຈະ​ຮັບ​ດຳລົງ​ຕຳ​ແໜ່​ງ​ເປັນ​ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ຢ່າງ​ເປັນ​ທາງ​ການ ນັບ​ແຕ່​ວັນ​ທີ 12/09/2016 ​ແທນ​ໃຫ້​ທ່ານ​ນາງ Victoria Kwakwa ​ທີ່ໄດ້​ຮັບ​​ແຕ່ງ​ຕັ້ງ​ເປັນ​ຮອງ​ປະທານ​ທະນາຄານ​ໂລກ ຮັບຜິດຊອບ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກປາຊີ​ຟິກ ​​ເມື່ອ​ວັນ​ທີ 15/04/2016.

        ທ່ານ Ousmane Dione ສັນຊາດ Senegal ​ເຮັດ​ວຽກ​ໃຫ້​ທະນາຄານ​ໂລກ​ ນັບ​ແຕ່​ປີ 2000 ດ້ວຍ​ຕຳ​ແໜ່​ງທຳ​ອິດ​ແມ່ນ​ນັກ​ຊ່ຽວຊານ​ຄຸ້ມ​ຄອງ​ແຫຼ່ງນ້ຳ. ​ໃນ​ຖານະ​ຕຳ​ແໜ່​ງ​ໃໝ່​ເປັນ​ຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ​ປະຈຳ ຫວຽດນາມ, 3 ບຸລິມະສິດ​ແຖວ​ໜ້າ​ຂອງ​ທ່ານ Ousmane Dione ລວມມີ: ຊີ້ນຳ​ວິວັດ​ການ​ຢຸດຕິ​ ​ບ້ວງ​ເງິນ​ກູ້​ຢືມ​ບຸລິມະສິດ​ຈາກ​ສະຫະ​ສະມາຄົມ​ພັດທະນາ​ສາກົນ - IDA ຂຶ້ນ​ກັບ​ທະນາຄານ​ໂລກ​ຂອງ ຫວຽດນາມ; ສືບ​ຕໍ່​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຂອງ​ທະນາຄານ​ໂລກກັບ​ອຳນາດ​ການ​ປົກຄອງ​ຂັ້ນ​ສູນ​ກາງ ​ແລະ ທ​້ອງຖິ່ນ​ຂອງ ຫວຽດນາມ ​ໃຫ້​ເລິກ​ເຊິ່ງກ່ວາ​ອີກ; ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ລັດຖະບານ ຫວຽດນາມ ​ແລະ ບັນດາ​ຄູ່​ຮ່ວມ​ມື​ພັດທະນາ ​ເພື່ອ​ແນ​ໃສ່​ປະຕິບັດ​ວິ​ໄສ​ທັດ ​ແລະ ບັນດາຂໍ້​ສະ​ເໜີ​ແນະ​ໃນ​ບົດ​ລາຍ​ງານ ຫວຽດນາມ ປີ 2035.


ຂ່າວ/ບົດ​ອື່ນ