ທະ​ຫານອ​າ​ເມ​ລິ​ກາ ດັບ​ສູນ​ຜູ້​ບັນ​ຊາ​ການ​ຂັ້ນ​ສູງ​ຂອງ IS

(VOVWORLD) - ບັ້ນຮົບດັບສູນ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ອະນຸມັດໃນຕົ້ນອາທິດນີ້. ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ຮຽກຮ້ອງໃຫ້ປິດປັງ ແລະ ປະຕິເສດການໃຫ້ຂໍ້ມູນລະອຽດກ່ຽວກັບບັ້ນຮົບ. 
ທະ​ຫານອ​າ​ເມ​ລິ​ກາ ດັບ​ສູນ​ຜູ້​ບັນ​ຊາ​ການ​ຂັ້ນ​ສູງ​ຂອງ IS - ảnh 1ພາບປະກອບ: RIA Novosti

ວັນທີ 26 ມັງກອນ, ບັນດາເຈົ້າໜ້າທີ່ອາເມລິກາ ໃຫ້ຮູ້ວ່າ ທະຫານ ອາເມລິກາ ໄດ້ດັບສູນ ຜູ້ບັນຊາການຂັ້ນສູງຂອງອົງການລັດ ອິດສະລາມ (IS)ຜູ້ໜຶ່ງ ຢູ່ພາກເໜືອ ໂຊມາລີ. ຕາມເຈົ້າໜ້າທີ່ດັ່ງກ່າວແລ້ວ, Bilal al – Sudani ຖືກດັບສູນພ້ອມກັບພັກພວກ ອີກ 10 ຄົນ. ບັ້ນຮົບດັບສູນ ໂດຍທ່ານປະທານາທິບໍດີ ອາເມລິກາ Joe Biden ອະນຸມັດໃນຕົ້ນອາທິດນີ້. ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ຮຽກຮ້ອງໃຫ້ປິດປັງ ແລະ ປະຕິເສດການໃຫ້ຂໍ້ມູນລະອຽດກ່ຽວກັບບັ້ນຮົບ. ເຂົາເຈົ້າກໍ່ປະຕິເສດ ເລື່ອງຍົກອອກບໍ່ວ່າການນາບຂູ່ໂດຍກົງໃດທີ່ Sudani ກໍ່ໃຫ້ ອາເມລິກາ. ປັດຈຸບັນ, ຍັງບໍ່ຮູ້ລາຍລະອຽດກ່ຽວກັບກຳລັງອາເມລິກາ ໄດ້ດຳເນີນບັ້ນຮົບນີ້ ຄືແນວໃດ ຫຼື ບໍ່ຮູ້ວ່າ ມີພົນທະຫານເທົ່າໃດເຂົ້າຮ່ວມບັ້ນຮົບ.

ຕອບກັບ

ຂ່າວ/ບົດ​ອື່ນ