ທ່ານ Dinh The Huynh ກຳມະການກົມການເມືອງເຮັດວຽກຢູ່ແຂວງ ບິນດິງ

ທ່ານ Dinh The Huynh  ກຳມະການກົມການເມືອງເຮັດວຽກຢູ່ແຂວງ ບິນດິງ - ảnh 1
ທ່ານ Dinh The Huynh  ກຳມະການກົມການເມືອງເຮັດວຽກຢູ່ແຂວງ ບິນດິງ
(ພາບ: ອີນເຕີເນັດ)

(vovworld) - ​ວັນ​ທີ 13/4, ທ່ານ Dinh The Huynh, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາສູນ​ກາງ ​ໄດ້​ມີ​ການ​ເຮັດ​ວຽກ​ຢູ່​ແຂວງ​ບິນ​ດິງ, ກວດກາ​ວຽກ​ງານ​ປະຕິບັດ​ຄຳສັ່ງ​ເລກທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ” ​ແລະ ມະຕິ​ສູ​ກາງພັກ​ຄັ້ງ​ທີ 4 ກ່ຽວ​ກັບ “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ”. ທີ່​ການ​ເຮັດ​ວຽກ, ທ່ານ Dinh The Huynh ​ໄດ້​ຕັກ​ເຕື່ອນອົງຄະ​ນະ​ພັກ​ແຂວງ  ​ແລະ ຄະນະ​ພັກ​​ແຂວງ ບິນ​ດິງ ຂັ້ນ​ຕ່າງໆ​ສຸມ​ໃສ່​ຊີ້​ນຳ​​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິ​ນ, ຖື​ນີ້​​ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ວິວັດການ​ດຳ​​ເນີນຊີວິດ​ຢູ່​ໜ່ວຍ​ພັກ​ຕ່າງໆ ​ແລະ ຖືນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຖານ​ເພື່ອ​ຕີ​ລາຄາ​ສະມາ​ຊິກ​ພັກ, ພະນັກງານ.​​.​.​

ຂ່າວ/ບົດ​ອື່ນ